leftcenterrightdel
ສູນສື່ມວນຊົນສາກົນ, ສະຖານທີ່ບັນດານັກຂ່າວພາຍໃນ ແລະຕ່າງປະເທດສຸມໃສ່ປະຕິບັດງານໃນສັບປະດາຂັ້ນສູງ APEC 2017 ຢູ່ ດ່າໜັ້ງ. ພາບ: baochinhphu.vn

ໃນຊຸມວັນດໍາເນີນສັບປະດາຂັ້ນສູງ APEC 2017, ດ່າໜັ້ງຖືກຜົນສະທ້ອນຈາກພາຍຸລູກທີ 12. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມຕັດສິນໃຈສູງ, ອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນໄດ້ເຮັດອະນາໄມ, ປະດັບປະດາຖະໜົນຫົນທາງຢ່າງສະອາດສວຍງາມ, ສ້າງຄວາມປະທັບໃຈໃຫ້ແຂກສາກົນ, ນັກຂ່າວ ແລະບັນດາຜູ້ແທນເມື່ອມາດ່າໜັ້ງເຂົ້າຮ່ວມສັບປະດາຂັ້ນສູງ APEC 2017.

ທ່ານນາງ Kadrinka Kadrinova, ບັນນາທິການ, ປະທານສະມາຄົມນັກຂ່າວພາກພາສາ ບຸນກາຣີ ແລະແອັດສະປາຍ ມາ ດ່າໜັ້ງ ເທື່ອທຳອິດ,  ສະແດງຄວາມແປກໃຈຕໍ່ຄວາມງາມຂອງ ດ່າໜັ້ງ.

“ຂ້າພະເຈົ້າເຄີຍປະຕິບັດງານຢູ່ຫຼາຍເຫດການສາກົນມີຂອບຂະໜາດແຕກຕ່າງກັນແຕ່ APEC ແມ່ນຄັ້ງທໍາອິດ.  ຄວາມປະທັບໃຈທໍາອິດຂອງຂ້າພະເຈົ້າເມື່ອເຕື້ອງເຖິງ ດ່າໜັ້ງ ນັ້ນແມ່ນນະຄອນຂອງບັນດາເພື່ອນສວຍງາມທີ່ສຸດ. ຊາວຫວຽດນາມ ທີ່ເປັນມິດສະໜິດສະໜົມ...” - ທ່ານນາງ Kadrinka Kadrinova ເວົ້າຕື່ມອີກ.

leftcenterrightdel
ນັກຂ່າວສາກົນສຳພາດທ່ານ ເຈືອງມີງຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ທີ່ສູນສື່ມວນຊົນສາກົນ. ພາບ: baochinhphu.vn

ດ່າໜັ້ງສະດວກກ່ຽວກັບລະບົບຄົມມະນາຄົມ, ພື້ນຖານໂຄງລ່າງ, ບໍລິການ, ການທ່ອງທ່ຽວພັດທະນາ, ບົດຮຽນຈັດຕັ້ງບັນດາເຫດການສາກົນໃຫຍ່... ບັນດາທ່າໄດ້ປຽບນີ້ຊ່ວຍ ດ່າໜັ້ງ  ມີຄວາມເຊື່ອໝັ້ນຕົນເອງເປັນກຽດແມ່ນນະຄອນເຈົ້າພາບສັບປະດາຂັ້ນສູງ APEC 2017. ເພື່ອກະກຽມໃຫ້ເຫດການການເມືອງ, ການທູດ, ເສດຖະກິດໃຫຍ່ທີ່ສຸດໃນປີຂອງຫວຽດນາມ, ດ່າໜັ້ງໄດ້ສົມທົບກັບຄະນະກໍາມະການແຫ່ງຊາດ APEC 2017 ກໍ່ຄືບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຜັນຂະຫຍາຍບັນດາວຽກງານຮັບປະກັນພື້ນຖານໂຄງລ່າງທັນສະໄໝ ແລະພັດທະນາ, ການຄົມມະນາຄົມສະດວກສະບາຍ, ພ້ອມທັງຮັບປະກັນຄວາມສະຫງົບປອດໄພ ແລະແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງຢ່າງວ່ອງໄວ... ເປັນໜ້າເອົາໃຈໃສ່, ສູນສື່ມວນຊົນສາກົນ (IMC) ແມ່ນໜຶ່ງໃນບັນດາກິດຈະກໍາຈຸດສຸມຂ່ຳນັບຮັບຕ້ອນສັບປະດາຂັ້ນສູງ APEC 2017. ນີ້ແມ່ນບ່ອນເຮັດວຽກຂອງນັກຂ່າວພາຍໃນປະເທດ ແລະສາກົນປະມານ 3.000 ຄົນເຂົ້າຮ່ວມ, ສົ່ງຂ່າວ, ປະກອບສ່ວນສ້າງຜົນສໍາເລັດໃຫ້ແກ່ສັບປະດາຂັ້ນສູງ APEC 2017.

ທ່ານ Yuttalid Bunnag, ພາລະກອນຮັບຜິດຊອບສື່ສານ (ສະຖານທູດ ໄທ) ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ, ເພື່ອສົ່ງຂ່າວກ່ຽວກັບເຫດການ APEC 2017, ຄະນະສື່ມວນຊົນ ໄທ ມີນັກຂ່າວ 16 ຄົນ. ເວລາສ່ວຍຫຼາຍລ້ວນແຕ່ຢູ່ IMC. ທ່ານ Yuttalid Bunnag ໃຫ້ຮູ້ວ່າ: “ນີ້ບໍ່ແມ່ນຄັ້ງທໍາອິດທີ່ຂ້າພະເຈົ້າມາ ດ່າໜັ້ງ ແຕ່ພັດແມ່ນຄັ້ງທໍາອິດທີ່ປະຕິບັດງານຢູ່ເຫດການໃຫຍ່ຄື APEC ຄັ້ງນີ້. ຕາມຂ້າພະເຈົ້າ, ສູນສື່ມວນຊົນສາກົນໄດ້ຕອບສະໜອງຄວາມຕ້ອງການປະຕິບັດງານຂອງນັກຂ່າວກໍ່ຄືເງື່ອນໄຂກິນດື່ມ, ຢ່ອນອາລົມເພື່ອສາມາດເຄື່ອນໄຫວໃນສັບປະດາຂັ້ນສູງທັງໝົດ... ”.

leftcenterrightdel
ຄະນະນັກຂ່າວໄທ ປະຕິບັດງານຢູ່ສັບປະດາຂັ້ນສູງ APEC 2017. ພາບ: baochinhphu.vn

ສ່ວນຕາມນັກຂ່າວ Arturo Eduardo Cardeno Cabrera (ຄະນະສື່ມວນຊົນ ເມຊີໂກ) ແລ້ວນະຄອນທະເລ ດ່າໜັ້ງ ພ້ອມກັບຊາວດ່າໜັ້ງ ເປັນຜູ້ຄົນສະໜິດສະໜົມ ແລະອາຫານການກິນຢູ່ທີ່ນີ້ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຂ້າພະເຈົ້າຢ່າງເລິກເຊິ່ງ.

APEC 2017 ຫວຽດນາມ ໄດ້ດໍາເນີນດ້ວຍຂອບຂະໜາດທີ່ແຕກຕ່າງກັນຫຼາຍຢ່າງດ້ວຍຫົວຂໍ້ວ່າ “ສ້າງກໍາລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ໄດ້ກ້າວໄປເຖິງໄລຍະສຸດທ້າຍດ້ວຍຜົນສຳເລັດຮຸ່ງເຮືອງເຫຼືອງເຫຼື້ອມຫຼາຍຢ່າງ. ຢູ່ທີ່ນີ້, ບັນດາເພື່ອນມິດ, ແລະແຂກສາກົນຈະເປັນຜູ້ໂຄສະນາເຜີຍແຜ່ເຖິງ 5  ທະວີບກ່ຽວກັບປະເທດຫວຽດນາມທີ່ຂະຫຍັນຂັນເຄື່ອນ, ສະໜິດສະໜົມດ້ວຍພື້ນຖານວັດທະນະທໍາທີ່ອຸດົມສົມບູນ.

 

ແປໂດຍ: ເຈິ່ນຮວ່ຽນ