ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະພັນລະຍາໄປຢ້ຽມຢາມນະຄອນໜານໜິງ (ຈີນ)
ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດ ຈີນ, ພາຍຫຼັງສິ້ນສຸດບັນດການເຄື່ອນໄຫວຢູ່ນະຄອນຫຼວງ ປັກກິ່ງ, ຕອນເຊົ້າວັນທີ 16 ເມສາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກປັກກິ່ງ ໄປຢ້ຽມຢາມ ແລະເຮັດວຽກຢູ່ນະຄອນ ໜານໜິງ ດ້ວຍລົດໄຟຄວາມໄວສູງ.
ໃນການເດີນທາງ, ການນຳວິສາຫະກິດຂະແໜງລົດໄຟຂອງຈີນ ໄດ້ລາຍງານໂດຍຫຍໍ້ກັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່ຽວກັບການພັດທະນາຂອງຂະແໜງທາງລົດໄຟຂອງ ຈີນ. ຕາມນັ້ນແລ້ວ, ໄລ່ຮອດຕົ້ນປີ 2026, ລະບົບທາງລົດໄຟທີ່ພວມເຄື່ອນໄຫວຂອງ ຈີນ ບັນລຸຄວາມຍາວໄລຍະທາງທັງໝົດ 165.000 ກມ.
    |
 |
|
ການນຳຂະແໜງທາງລົດໄຟຂອງຈີນ ຕິດຕາມໄປນໍາທ່ານເລຂາທິການໃຫຍ່, ປະທາປະເທດ ໂຕເລິມ ໄປຢ້ຽມຢາມນະຄອນໜານໜິງ. |
ໂດຍສະແດງຄວາມປະທັບໃຈຕໍ່ການພັດທະນາເຄືອຂ່າຍທາງລົດໄຟຄວາມໄວສູງຂອງຈີນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຫວັງວ່າ ສອງປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືເຊື່ອມຕໍ່ຄົມມະນາຄົມ, ໃນນັ້ນມີທາງລົດໄຟ, ເພື່ອການພັດທະນາສີຂຽວ ແລະການເຕີບໂຕຂອງປະເທດຊາດ.
ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືກັບຈີນ ໃນຂົງເຂດຄົມມະນາຄົມເສັ້ນທາງລົດໄຟຄວາມໄວສູງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ການນຳຂະແໜງລົດໄຟ ແລະ ບັນດາວິສາຫະກິດຈີນ ແບ່ງປັນບົດຮຽນ ແລະ ໜູນຊ່ວຍ, ເຂົ້າຮ່ວມພ້ອມກັບຫວຽດນາມ ໃນວິວັດການກໍ່ສ້າງ, ຖ່າຍທອດເຕັກໂນໂລຊີໃຫ້ແກ່ບັນດາໂຄງການທາງລົດໄຟສຳຄັນຢູ່ ຫວຽດນາມ.
ໂດຍ: ກວຽດເຕິມ