ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບທີ່ມີຄວາມປະທັບໃຈໃນວັນທໍາອິດທີ່ດຳເນີນສັບປະດາຂັ້ນສູງ APEC.

leftcenterrightdel
ຫຼາຍເສັ້ນທາງຢູ່ນະຄອນ ໂຮ້ຍອານ (ກວາງນາມ) ໄດ້ກຽມພ້ອມບູລິມະສິດໃຫ້ບັນດາພາຫະນະທີ່ຮັບໃຊ້ສັບປະດາຂັ້ນສູງ APEC.
leftcenterrightdel
ບັນດາລົດໂອໂຕ Audi ເຂົ້າຮ່ວມຮັບໃຊ້ໃຫ້ບັນດາຜູ້ແທນພາຍໃນ ແລະສາກົນທີ່ເຂົ້າຮ່ວມບັນດາເຫດການໃນສັບປະດາຂັ້ນສູງ APEC.
leftcenterrightdel
ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ສະໜອງ sim 4G ໂດຍບໍ່ເສຍຄ່າໃຫ້ແກ່ບັນດານັກຂ່າວທັງໝົດທີ່ປະຕິບັດງານຢູ່ສັບປະດາຂັ້ນສູງ APEC.
leftcenterrightdel
ນັກຂ່າວພາຍໃນ ແລະຕ່າງປະເທດໝູນໃຊ້ພື້ນຖານໂຄງລ່າງທັນສະໄໝຂອງສູນສື່ມວນຊົນສາກົນເຂົ້າໃນການປະຕິບັດງານຢ່າງສຸດຂີດເພື່ອດໍາເນີນວິຊາການ.
leftcenterrightdel
ວຽກງານກວດກາຄວາມສະຫງົບຢູ່ບັນດາສະຖານທີ່ທີ່ດຳເນີນບັນດາເຫດການໃນສັບປະດາຂັ້ນສູງ APEC ຢ່າງແໜ້ນແຟ້ນ, ວ່ອງໄວ, ສະດວກ.
leftcenterrightdel
ພະນັກງານກົມຕໍາຫຼວດຈະລາຈອນ, ກະຊວງຕໍາຫຼວດຫວຽດນາມ ປຶກສາຫາລືແຜນການແກ້ໄຂກໍລະນີ, ຮັບປະກັນການຄົມມະນາຄົມຢ່າງປອດໄພ, ສະດວກເພື່ອຮັບໃຊ້ສັບປະດາຂັ້ນສູງ APEC.

ແປໂດຍ: ຈາງຫງວຽນ