leftcenterrightdel
ທ່ານ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ Donald Trump. ພາບ​: REUTERS

ນັບ​ແຕ່​ເມື່ອ​ການ​ປະ​ທະ​ກັນ​ກັບ ອີຣານ ​ເກີດ​ຂຶ້ນນັ້ນ, ນີ້​ແມ່ນ​ຄັ້ງ​ທີ 4 ທີ່ສະ​ພາ​ສູງ ​ປະ​ຕິ​ເສດ​ບັນ​ດາ​ມະ​ຕິ​ທີ່​ມີ​ເນື້ອ​ໃນ​ຄ້າຍ​ຄື​ກັນ​ແບບ​ນີ້​ແລ້ວ.

ໝາກ​ຜົນ​ຂອງ​ການ​ປ່ອນ​ບັດ​ຂາວ​ມີ 52 ບັດ ແລະ ບັດ​ສະ​ໜັບ​ສະ​ໜູນ​ມີ 47 ບັດ, ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ແບ່ງ​ແຍກຕາມ​ແນວ​ທາງ​ພັກ​ຝ່າຍ​ຢ່າງ​ຈະ​ແຈ້ງ​. ​​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ ຂອງ​ພັກສາ​ທາ​ລະ​ນະສ່ວນຫຼາຍ​ໄດ້​ຄັດ​ຄ້ານ​ມະ​ຕິ​ສະ​ບັບ​ດັ່ງ​ກ່າວ, ໃນ​ຂະ​ນະ​ທີ່​ສ່ວນຫຼາຍ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ພັກ​ປະ​ຊາ​ທິ​ປະ​ໄຕ ​ໄດ້​ປ່ອນ​ບັດ​ສະ​ໜັບ​ສະ​ໜູນ. ມີ​ບາງ​ກໍ​ລະ​ນີ​ໄດ້​ປ່ອນ​ບັດ​ແຕກ​ຕ່າງ​ກັນ​ດ້ວຍຫຼັກ​ໝັ້ນ​ທາງ​ພັກ​ຝ່າຍ.

ຕາມ​ລັດ​ຖະ​ທຳ​ມະ​ນູນອາ​ເມ​ລິ​ກາ, ສິດປະ​ກາດ​ສົງ​ຄາມ​ແມ່ນຂຶ້ນກັບສະ​ພາ​ແຫ່ງ​ຊາດ, ໃນ​ຂະ​ນະ​ທີ່​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ສົງ​ຄາມພັດ​ອະ​ນຸ​ຍາດ​ໃຫ້​ອົງ​ການ​ນິ​ຕິ​ບັນ​ຍັດ​ຮຽກ​ຮ້ອງ​ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ທີ່​ບໍ່​ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ໃນ​ຮອບ​ເວ​ລາ 60-90 ວັນ.

ແຫຼ່ງຄັດຈາກ: vovworld.vn