leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຫວູຊວນເຢີນ

ໃນໄຕມາດທີ III, ບັນດາອົງການ, ກົມກອງສັງກັດສອງກະຊວງໄດ້ຮັກສາການກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຕິດຕາມກໍາແໜ້ນສະພາບການເຂດນ່ານຟ້າ, ນ່ານທະເລ, ເສັ້ນຊາຍແດນ, ບັນດາບໍລິເວນຍຸດທະສາດ, ຈຸດສຸມ, ເປັນຕົ້ນແມ່ນການເຄື່ອນໄຫວຫວັງມ້າງເພທໍາລາຍຂອງບັນດາກໍາລັງປະຕິການ, ເປັນປໍລະປັກ, ລາຍງານ, ເປັນເສ ນາທິການຢ່າງທັນການ ແລະຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນຂອບເຂດທົ່ວປະເທດ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ສ້າງສະພາບແວດລ້ອມສະດວກ ເພື່ອພັດທະນາເສດຖະກິດ - ສັງຄົມ.

ບັນດາກົມກອງສ້າງ, ຜັນຂະຫຍາຍແຜນການ ແລະຈັດສົ່ງກໍາລັງ, ພາຫະນະປ້ອງກັນ APEC 2017, ໄດ້ສົມທົບ, ປະສານງານກັນຢ່າງແໜ້ນແຟ້ນຈັດຕັ້ງການເຄື່ອນທັບ, ຝຶກຊ້ອມການປ້ອງກັນສັບປະດາຂັ້ນສູງ APEC ຢູ່ດານັ້ງ, ຮັບປະກັນຄວາມປອດໄພຢ່າງເດັດຂາດ, ້າງຄວາມປະທັບໃຈທີ່ດີຕໍ່ຫາງສຽງທັງຢູ່ພາຍໃນ ແລະຕ່າງປະເທດ...

ໄຕມາດທີ IV ປີ 2017,  ອົງການຮັບຜິດຊອບດຳລັດສອງກະຊວງສຸມໃສ່ຜັນຂະຫຍາຍ 8 ໜ້າທີ່ຕົ້ນຕໍ. ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີວຽກງານສົມທົບກັນກໍາແໜ້ນສະພາບການ, ແລກປ່ຽນຂໍ້ມູນຂ່າວສານ, ເປັນເສນາທິການໃຫ້ການນໍາສອງກະຊວງບັນດາແຜນນະໂຍບາຍ, ວິທີການແກ້ໄຂບັນດາບັນຫາສັບສົນກ່ຽວກັບປ້ອງກັນຊາດ - ປ້ອງກັນຄວາມສະຫງົບນັບແຕ່ຮາກຖານຢ່າງມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ; ສົມທົບປະສານງານກັນຜັນຂະຫຍາຍແຜນການປ້ອງ ກັນຄວາມສະຫງົບພາຍໃນ, ຕໍ່ສູ້ຕ້ານທັດສະນະຜິດພາດ, ກໍາລັງທີ່ເປັນປໍລະປັກ; ຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກໍາ; ປະຕິບັດວຽກງານສົມທົບກັນຈັດຕັ້ງບັນດາການຝຶກຊ້ອມເຂດປ້ອງກັນໃຫ້ປະສົບຜົນສຳເລັດເປັນຢ່າງດີ; ເຂົ້າຮ່ວມປ້ອງກັນ, ຕ້ານ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທໍາມະຊາດ... 

 

ແປໂດຍ: ກວຽດເຕີມ