ເຂົ້າຮ່ວມ ແລະເປັນສັກຂີພິຍານພິທີອອກກໍາລັງ, ຝຶກຊ້ອມການຕ້ານກໍ່ການຮ້າຍມີທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ; ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກໍາມະການ APEC ແຫ່ງຊາດ 2017; ທ່ານພົນໂທ ໂຕເລີມ, ລັດຖະມົນຕີກະຊວງຕໍາຫຼວດພ້ອມດ້ວຍບັນດາການນໍາກະຊວງຕໍາຫຼວດ; ການນໍາຄະນະພັກນະຄອນ, ຄະນະກໍາມະການປະຊາຊົນນະຄອນ ດ່າໜັ້ງ.

ເພື່ອຮັບປະກັນຄວາມປອດໄພໃຫ້ສັບປະດາຂັ້ນສູງ APEC 2017 ຢ່າງເດັດຂາດ, ອະນຸກໍາມະການປ້ອງກັນຄວາມສະຫງົບ ແລະສາທາລະນະສຸກໄດ້ລະດົມພາຫະນະ, ອຸປະກອນ, ຍຸດທະພັນ, ລົດພິເສດຂອງຕໍາຫຼວດ ແລະກອງທັບເຂົ້າຮ່ວມນັບຫຼາຍສິບຄັນ.

ໃນພາກທີ 2, ບັນດາກໍາລັງຝຶກຊ້ອມສອງກໍລະນີຄື: ການຕ້ານການກໍ່ການຮ້າຍ, ກູ້ເອົາຕົວປະກັນເທິງບົກ ແລະໃຕ້ນໍ້າ. ການຝຶກຊ້ອມໄດ້ດໍາເນີນຢ່າງປອດໄພ, ຖືກຕາມແຜນຮ່າງ, ແຜນການ ແລະໄດ້ຮັບການຕີລາຄາວ່າປະສົບຜົນສໍາເລັດຢ່າງຈົບງາມ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ພິທີ. ພາບ: TTXVN 

ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍ້ອງຍໍສັນລະເສີນບັນດາກໍາລັງຕໍາຫຼວດ, ກອງທັບ, ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນໄດ້ຈັດຕັ້ງສໍາເລັດບັນດາກອງປະຊຸມໃນຂອບເຂດປີ APEC 2017.

leftcenterrightdel
leftcenterrightdel
leftcenterrightdel
leftcenterrightdel
ບັນດາກໍາລັງເຂົ້າຮ່ວມການເດີນສວນສະໜາມ, ຝຶກຊ້ອມ ແລະສະແດງສິລະປະມວຍ. ພາບ: ຫງວຽນແອງເຊີນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃສ່ໃຈທຸກຂັ້ນ, ທຸກຂະແໜງການຕ້ອງຮັບຮູ້ແຈ້ງກວ່າຄວາມສໍາຄັນພິເສດຂອງສັບປະດາຂັ້ນສູງ APEC ທີ່ນະຄອນ ດ່າໜັ້ງ, ພິເສດຕ້ອງປະຕິບັດໜ້າທີ່ຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ແກ່ເຫດການສໍາຄັນຍິ່ງນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ກໍາລັງຕໍາຫຼວດ, ກອງທັບຈັດຕັ້ງທຸກແຜນຮ່າງ, ສະກັດກັ້ນ, ຕ້ານອາດຊະຍາກໍາເປັນຢ່າງດີ; ສົມທົບກັບບັນດາແຂວງ, ນະຄອນທີ່ກ່ຽວຂ້ອງປຸກລະດົມຂະບວນການປະຊາຊົນປ້ອງກັນຄວາມສະຫງົບປະເທດຊາດຢ່າງເລິກເຊິ່ງກວ້າງຂວາງ; ພົບເຫັນ, ສະກັດກັ້ນ ແລະແກ້ໄຂທຸກການກະທຳມ້າງເພທໍາລາຍທີ່ອາດຈະເກີດຂຶ້ນ, ບໍ່ໃຫ້ຕົກຢູ່ໃນທ່າຮັບ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ລະດົມກໍາລັງໃຈກໍາລັງເຂົ້າຮ່ວມການຝຶກຊ້ອມ. ພາບ: ຫງວຽນແອງເຊີນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ບັນດາກໍາລັງເຂົ້າຮ່ວມການປ້ອງກັນສັບປະດາຂັ້ນສູງ APEC ຕ້ອງຖືນີ້ແມ່ນຄວາມເປັນກຽດ ແລະກໍ່ແມ່ນຄວາມຮັບຜິດຊອບອັນໜັກໜ່ວງ, ຕ້ອງເຮັດຈົນສຸດຄວາມສາມາດຂອງຕົນ, ຮັບປະກັນຄວາມປອດໄພໃນການປະຕິບັດໜ້າທີ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເຊື່ອໝັ້ນວ່າ, ກໍາລັງຕໍາຫຼວດ, ກອງທັບຈະສົມທົບກັບບັນດາທ້ອງຖິ່ນ, ປະຕິບັດສໍາເລັດໜ້າທີ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ສັບປະດາຂັ້ນສູງ APEC ເປັນຢ່າງດີ.

 

ແປໂດຍ: ຮວ່າງເຈື່ອງ