leftcenterrightdel
ປະຊຸມຂ່າວແນະນໍາກ່ຽວກັບບັນດາເຫດການຂອງວິສາຫະກິດໃນສັບປະດາຂັ້ນສູງ APEC  ຫວຽດນາມ 2017. ພາບ: ມີງແອງ

ບັນດາກອງປະຊຸມຂອງວິສາຫະກິດ, ລວມມີ: ກອງປະຊຸມສະພາທີ່ປຶກສາທຸລະກິດ APEC (ABAC) ຄັ້ງທີ 4; ກອງປະຊຸມສຸດຍອດທຸລະກິດ ຫວຽດນາມ; ກອງປະຊຸມສຸດຍອດທຸລະກິດ APEC ແລະການເຈລະຈາລະຫວ່າງ ABAC ກັບບັນດາການນໍາ APEC. ຕາມຂໍ້ມູນຂ່າວຈາກ VCCI, ນອກຈາກບັນດາການເຄື່ອນໄຫວປະຈໍາປີຂອງ APEC ແລ້ວທີ່ APEC ຫວຽດນາມ 2017 ຍັງມີກອງປະຊຸມສຸດຍອດທຸລະກິດແມ່ນຂໍ້ລິເລີ່ມຂອງ ຫວຽດນາມ. ຫົວຂໍ້ຂອງກອງປະຊຸມໃນຄັ້ງນີ້ແມ່ນ ຫວຽດນາມ-ຄູ່ຮ່ວມມືດ້ານທຸລະກິດທີ່ໄວ້ເນື້ອເຊື່ອໃຈ. ໃນນັ້ນ, ກອງປະຊຸມຈະແນະນໍາ ຫວຽດນາມ ປ່ຽນແປງໃໝ່ຢ່າງຮອບດ້ານເພື່ອການພັດທະນາແບບຍືນຍົງ, ແມ່ນສະຖານທີ່ພົບປະທີ່ເປັນມິດກັບວິສາຫະກິດ.

 

ແປໂດຍ: ເກື່ອງດັ້ງ