ຝຶກຊ້ອມຮັບມືປະຖົມພະຍາບານກັບອັກຄີໄພເພື່ອຮັບໃຊ້ APEC
ກປ.ອອນໄລ - ວັນທີ 25 ຕຸລາ, ພະແນກສາທາລະນະສຸກນະຄອນ ດ່າໜັ້ງ ໄດ້ຈັດຕັ້ງການຝຶກຊ້ອມຮັບມືປະຖົມພະຍາບານເພື່ອຮັບໃຊ້ APEC 2017.
ເຂົ້າຮ່ວມມີຜູ້ຕາງໜ້າກະຊວງສາທາລະນະສຸກ; ພະແນກສາທາລະນະສຸກນະຄອນ ດ່າໜັ້ງ, ພ້ອມກັບພະນັກງານການແພດ ກວ່າ 100 ຄົນ ທີ່ພວມເຮັດວຽກຢູ່ສູນພະຍາບານສຸກເສີນ 115 ດ່າໜັ້ງ ແລະບັນດາໂຮງໝໍໄດ້ຮັບການຄັດເລືອກເພື່ອຮັບໃຊ້ APEC 2017.
ການຝຶກຊ້ອມເພື່ອແນໃສ່ເພີ່ມທະວີກໍາລັງຄວາມສາມາດໃນການຊີ້ນໍາ, ບໍລິຫານ, ທັກສະແກ້ໄຂສະພາວະສຸກເສີນເປັນລວາດໆໃນບັນດາເຫດການລະດັບສາກົນ, ພິເສດແມ່ນສັບປະດາຂັ້ນສູງ APEC 2017; ເພີ່ມທະວີກໍາລັງຄວາມສາມາດເປັນເຈົ້າການຮັບມື ແລະຄວາມສາມາດໃນການສົມທົບກັນ ລະຫວ່າງບັນດາກໍາລັງການແພດຕັ້ງຢູ່ບໍລິເວນນະຄອນເມື່ອເກີດຂຶ້ນສະພາວະສຸກເສີນເປັນລວາດໆ. ຕາມນັ້ນແລ້ວ, ມີສອງກໍລະນີຖືກວາງອອກໃນໄລຍະດໍາເນີນສັບປະດາຂັ້ນສູງ APEC 2017 ທີ່ຈັດຕັ້ງຢູ່ ດ່າໜັ້ງ.
ຜູ້ແທນທ່ານໜຶ່ງກໍາລັງກ່າວປາໄສຢູ່ເວທີຖືກເຈັບເອິກ. ພາບ: ກິມເງິນ
ສົ່ງຄົນເຈັບຂຶ້ນລົດໄປໂຮງໝໍປະຖົມພະຍາບານໂດຍໄວ. ພາບ: ກິມເງິນ
ກໍາລັງປະຖົມພະຍາບານສົ່ງຜູ້ຖືກເຄາະຮ້າຍອອກນອກ. ພາບ: ກິມເງິນ
ປະຖົມພະຍາບານໃຫ້ແກ່ຜູ້ຖືກໄຟດາດ, ບາດເຈັບເບົາ. ພາບ: ກິມເງິນ
ກໍລະນີທີໜຶ່ງແມ່ນຢູ່ທີ່ກອງປະຊຸມ APEC, ມີຜູ້ແທນຂັ້ນສູງຜູ້ໜຶ່ງໃນຂະນະກຳລັງກ່າວປາໄສຢູ່ເວທີບັງເອີນໂອບເອິກ, ໜ້າຕາຫຼ້າມ້ານ ແລະລົ້ມລົງເຮືອນ. ໃນທັນທີນັ້ນ, ກໍາລັງປ້ອງກັນຄວາມສະຫງົບແຈ້ງໃຫ້ໜ່ວຍການແພດພວມປະຈໍາການ ຢູ່ນອກຫໍປະຊຸມຜ່ານເຄື່ອງໂທລະເລກ. ໜ່ວຍການແພດສຳຜັດກັບຜູ້ຖືກເຄາະຮ້າຍ ແລະຜັນຂະຫຍາຍແຜນການປະຖົມພະຍາບານໂດຍໄວ.
ກໍລະນີທີສອງນັ້ນແມ່ນຢູ່ຫ້ອງຮັບປະທານອາຫານຂອງໂຮງແຮມ, ມີຜູ້ແທນເຂົ້າຮ່ວມ APEC 30 ກວ່າທ່ານກຳລັງຮັບປະທານອາຫານເຊົ້າ, ບັງເອີນເກີດເຫດລະເບີດແຕກ ແລະ ໄຟໄໝ້ຢ່າງກະທັນຫັນ. ບັນດາຜູ້ແທນສ່ວນຫຼາຍຖືກບາດເຈັບ, ຖືກໄຟດາດ ແລະຫາຍໃຈຝືດ; ສ່ວນຍັງເຫຼືອຫວາດຫວັ່ນເສຍຂວັນ, ແຜດສຽງ, ແລ່ນໜີອອກນອກ. ໃນທັນທີນັ້ນສຽງກະດິງ ສົ່ງສັນຍານເຕືອນໄພກໍ່ດັງກ້ອງກັງວານ. ໜ່ວຍການແພດປະຈໍາການຢູ່ໂຮງແຮມ ກໍ່ມີໜ້າຢູ່ບ່ອນເກີດເຫດໂດຍທັນທີ, ຕີລາຄາສະພາບການຢູ່ທີ່ນີ້, ແຈ້ງຜ່ານໂທລະສັບສາຍດ່ວນ ຂອງຄະນະຊີ້ນໍາການແພດ APEC ແລະລະດົມບັນດາໜ່ວຍການແພດປະຈໍາການ APEC ຢູ່ໃກ້ຄຽງມາໜູນຊ່ວຍຜັນຂະຫຍາຍ ແຜນການປະຖົມພະຍາບານເປັນລວາດໆໃຫ້ແກ່ບັນດາຜູ້ຖືກເຄາະຮ້າຍ.
ທີ່ການຝຶກຊ້ອມ, ກະຊວງສາທາລະລະສຸກໃສ່ໃຈວ່າ, ນີ້ແມ່ນສະຖານະການສົມມຸດ, ສະນັ້ນມັນຈະຕ່າງກັນກັບສະພາບຕົວຈິງຫຼາຍ, ຍ້ອນເຫດນັ້ນ, ບັນດາພະນັກງານການແພດປະຈໍາການ ຢູ່ບັນດາສະຖານທີ່ດໍາເນີນສັບປະດາຂັ້ນສູງ APEC ຄວນເປັນເຈົ້າການ, ປະຖົມພະຍາບານໃຫ້ແກ່ຜູ້ຖືກເຄາະຮ້າຍຢ່າງຮີບດ່ວນ, ພິເສດແມ່ນບັນດາຜູ້ຖືກບາດເຈັບໜັກເພື່ອສົ່ງຜູ້ຖືກບາດເຈັບໄປຍັງໂຮງໝໍຕ່າງໆເພື່ອປິ່ນປົວໂດຍໄວ. ຜູ້ບັນຊາການດ້ານການແພດຢູ່ບັນດາສະຖານທີ່ດໍາເນີນສັບປະດາຂັ້ນສູງ APEC ຄວນເປັນເຈົ້າການກຽມພ້ອມຮັບມື ໃນສະພາວະສຸກເສີນຕ້ອງປະຖົມພະຍາບານໃຫ້ຜູ້ຖືກບາດເຈັບໜັກ, ອັກຄີໄພ, ຜິດອາຫານເປັນລວາດໆ, ໄພພິບັດ....
ແປໂດຍ: ຫງວຽນກຸກ