ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ ແລະກ່າວຄຳເຫັນອວຍພອນ. ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີການເງິນ ແລະຜູ້ແທນຂັ້ນສູງຕາງໜ້າຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ແລະບັນດາອົງການການເງິນສາກົນ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, FMM 2017 ດໍາເນີນໄປໃນສະຖານະການເສດຖະກິດທົ່ວໂລກສືບຕໍ່ໃນທ່າຟື້ນຟູ; ການຄ້າ, ການລົງທຶນ, ການເງິນທົ່ວໂລກສືບຕໍ່ໄດ້ຮັບການປັບປຸງ. ເຖິງຢ່າງນັ້ນກໍ່ຕາມ, APEC ຍັງກໍາລັງປະເຊີນໜ້າກັບຄວາມຫຍຸ້ງຍາກ, ທ້າທາຍຫຼາຍຢ່າງ. ທະນາຄານພັດທະນາອາຊີ (ADB) ໄດ້ຄາດຄະເນວ່າການເຕີບໂຕດ້ານການຄ້າໃນພາກພື້ນມີສັນຍານຢຸດສະງັກ, ມີທ່າອ່ຽງອາລັກຂາ, ບັນດາມາດຕະການປອດພາສີອາກອນມີທ່າອ່ຽງເພີ່ມຂຶ້ນ… ການປະຕິວັດອຸດສາຫະກໍາຄັ້ງທີ 4 ທັງແມ່ນກາລະໂອກາດແຕ່ກໍ່ທັງແມ່ນສິ່ງທ້າທາຍ. ການປ່ຽນແປງຂອງດິນຟ້າອາດກາດກໍາລັງກໍ່ສົ່ງຜົນກະທົບບໍ່ດີຫຼາຍຢ່າງເຖິງການພັດທະນາຂອງບັນດາພື້ນຖານເສດຖະກິດ, ຮຽກຮ້ອງຄວນມີການຮ່ວມແຮງຮ່ວມໃຈຂອງບັນດາປະເທດເພື່ອປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະແບ່ງປັນບົດຮຽນ, ຮ່ວມມືຢ່າງມີປະສິດທິຜົນເພື່ອພັດທະນາວັດທະນາຖາວອນ, ຍືນຍົງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ ແລະກ່າວຄຳເຫັນອວຍພອນທີ່ກອງປະຊຸມ. ພາບ: nhandan.com.vn

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕີລາຄາສູງໃນໄລຍະຜ່ານມາ, ບັນດາລັດຖະມົນຕີການເງິນ APEC ໄດ້ຮ່ວມມືຢ່າງຕັ້ງໜ້າມຸ່ງໄປເຖິງບັນດາເປົ້າໝາຍກ່ຽວກັບການຍູ້ແຮງຮ່ວມສໍາພັນເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ, ຊຸກຍູ້ການເຕີບໂຕ, ຍົກສູງຄວາມສາມາດແກ່ງແຍ້ງຂອງບັນດາວິສາຫະກິດຂະໜາດນ້ອຍ ແລະກາງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍລັດຖະມົນຕີພ້ອມກັນຮ່ວມມືຜັນຂະຫຍາຍ 4 ຫົວຂໍ້ບູລິມະສິດ, ນັ້ນແມ່ນ: ການເງິນໃຫ້ພື້ນຖານໂຄງລ່າງ; ຕ້ານຄວາມອ່ອນແອລົງຂອງພື້ນຖານພາສີອາກອນ ແລະເຄື່ອນຍ້າຍຜົນກຳໄລ; ການເງິນ ແລະປະກັນຄວາມສ່ຽງຈາກໄພພິບັດທໍາມະຊາດ; ການເງິນກວມລວມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກັບບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີການເງິນເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ-ປາຊີຟິກ 2017. ພາບ: ວັນຈຸງ

ເມື່ອເຕື້ອງເຖິງກ່ຽວກັບສະພາບການເສດຖະກິດ-ສັງຄົມຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ໃນ 30 ປີແຫ່ງການປະຕິບັດການປ່ຽນແປງໃໝ່, ຈາກປະເທດທຸກຍາກ, ດ້ອຍພັດທະນາ, ຫວຽດນາມ ໄດ້ມານະພະຍາຍາມບືນຕົວຂຶ້ນ ແລະນັບແຕ່ປີ 2010, ຕາມທະນາຄານໂລກ (WB) ແລ້ວ, ຫວຽດນາມ ໄດ້ສັງກັດຢູ່ໃນກຸ່ມພື້ນຖານເສດຖະກິດກໍາລັງພັດທະນາທີ່ມີລາຍຮັບກາງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າບັນດາລັດຖະມົນຕີຈະສືບຕໍ່ມານະພະຍາຍາມຮ່ວມມື, ສົມທົບນະໂຍບາຍ ແລະຍົກອອກບັນດາມາດຕະການທີ່ແທດຈິງເພື່ອແນໃສ່ປະຕິບັດບັນດາບູລິມະສິດນະໂຍບາຍ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍເປັນຢ່າງດີ; ມຸ່ງໄປເຖິງເປົ້າໝາຍເຮັດໃຫ້ລະບົບການເງິນມີຄວາມໝັ້ນຄົງ, ພັດທະນາແບບຍືນຍົງ ແລະຍືນສະເໜີຕໍ່ກອງປະຊຸມສຸດຍອດ APEC 2017 ໃນເດືອນພະຈິກ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດມະຫາພາກ, ການເຕີບໂຕເສດຖະກິດ, ການຮ່ວມມືດ້ານການເງິນໃນພາກພື້ນ ແລະທົ່ວໂລກ... ບັນດາລັດຖະມົນຕີ, ຫົວໜ້າຄະນະຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ເຈລະຈາກັບສະພາທີ່ປຶກສາການດໍາເນີນທຸລະກິດ APEC (ABAC) ກ່ຽວກັບບັນຫາຈໍານວນໜຶ່ງເພື່ອເພີ່ມທະວີການປະກອບສ່ວນຂອງພາກເອກະຊົນເຂົ້າໃນວິວັດທະນາການລັດຖະມົນຕີການເງິນ; ສະພາບການປະຕິບັດຍຸດທະສາດການປະຕິບັດແຜນການກະທໍາ Cebu ແລະບັນດາບັນຫາຕ່າງໆ.

ທີ່ກອງປະຊຸມບັນດາລັດຖະມົນຕີການເງິນ APEC ອອກຖະແຫຼງການຮ່ວມ, ລວມມີ: ເສດຖະກິດໃນທົ່ວໂລກ ແລະພາກພື້ນ; ແຜນການກະທໍາ Cebu; ການລົງທຶນໃນໄລຍະຍາວໃຫ້ພື້ນຖານໂຄງລ່າງ; ຕ້ານຄວາມອ່ອນແອລົງຂອງພື້ນຖານພາສີອາກອນ ແລະເຄື່ອນຍ້າຍຜົນກຳໄລ; ການເງິນ ແລະການປະກັນຄວາມສ່ຽງຈາກໄພພິບັດທໍາມະຊາດ; ການເງິນກວມລວມ.

ແປໂດຍ: ຈາງຫງວຽນ