ນະຄອນ ດ່າໜັ້ງ ໄດ້ມີການກຽມພ້ອມຢ່າງຮອບດ້ານ, ຮອບຄອບຖີ່ຖ້ວນ, ຮັບປະກັນສັບປະດາຂັ້ນສູງ APEC ດໍາເນີນຢ່າງສໍາເລັດຜົນ, ສ້າງຂີດໝາຍອັນດີງາມໃຫ້ປີ APEC ຫວຽດນາມ 2017.

ສະຖານທີ່ທໍາອິດເມື່ອການນໍາ ແລະຜູ້ແທນມາຈາກບັນດາພື້ນຖານເສດຖະກິດສະມາຊິກ APEC ຮອດ ດ່າໜັ້ງ ແມ່ນສະໜາມບິນສາກົນ ດ່າໜັ້ງ ເຊິ່ງໄດ້ກຽມພ້ອມຕ້ອນຮັບບັນດາຄະນະຜູ້ແທນດ້ວຍທ່າອາກາດສະຍານສາກົນໃໝ່ກ້ວາງຂວາງງາມຕາ ແລະທັນສະໄໝ. ກິດຈະກຳທີ່ພົ້ນເດັ່ນອື່ນທີ່ສ້າງສໍາເລັດກ່ອນແຜນການແມ່ນສູນສື່ມວນຊົນສາກົນ, ເຊິ່ງແມ່ນສະຖານທີ່ເຮັດວຽກຂອງນັກຂ່າວທັງຢູ່ພາຍໃນ ແລະຕ່າງປະເທດປະມານ 3.000 ຄົນໃນເວລາດໍາເນີນສັບປະດາຂັ້ນສູງ APEC, ເຊິ່ງມີການອອກແບບຢ່າງສວຍງາມ, ທັນສະໄໝ, ມີອຸປະກອນ ແລະການບໍລິການທີ່ສະດວກໃຫ້ແກ່ນັກຂ່າວ.

leftcenterrightdel
ນະຄອນ ດ່າໜັ້ງ. ພາບປະກອບຈາກ tuyengiao.vn

ບັນດາສະຖານທີ່ດໍາເນີນການເຄື່ອນໄຫວຕົ້ນຕໍໃນຂອບເຂດສັບປະດາຂັ້ນສູງ APEC ຄື ໂຮງແຮມຊັ້ນນໍາ, ສູນກອງປະຊຸມ ແລະງານວາງສະແດງ… ໄດ້ຮັບການດັດແປງ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຄະນະຈັດຕັ້ງ. ລະບົບໂຮງແຮມຢູ່ ດ່າໜັ້ງ, ພິເສດແມ່ນບັນດາໂຮງແຮມ, ເຂດພັກຜ່ອນຕາກອາກາດຊັ້ນນໍາຢູ່ແຄມທະເລໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບຫ້ອງພັກໃຫ້ຜູ້ແທນທັງໝົດ, ໃນນັ້ນມີບັນດາຫ້ອງທີ່ມີມາດຕະຖານສູງສະຫງວນໃຫ້ຜູ້ນໍາໜ້າບັນດາພື້ນຖານເສດຖະກິດ APEC.

ຈຸດໃໝ່ໜຶ່ງອີກແມ່ນຊ່ວຍບັນທຶກເຫດການສັບປະດາຂັ້ນສູງ APEC ທີ່ຈັດຕັ້ງຢູ່ ດ່າໜັ້ງ ນັ້ນແມ່ນສວນສາທາລະນະ APEC. ນອນຢູ່ໃຈກາງນະຄອນ, ສວນສາທາລະນະ APEC ໄດ້ຮັບການສະໜັບສະໜູນຂອງບັນດາພື້ນຖານເສດຖະກິດສະມາຊິກ APEC ດ້ວຍການເຂົ້າຮ່ວມອອກແບບ, ການປະຕິບັດ ແລະສົ່ງຮູບປັ້ນວາງສະແດງ. ມາຢ້ຽມຢາມສວນສາທາລະນະ APEC, ປະຊາຊົນ, ນັກທ່ອງທ່ຽວຈະມີໂອກາດຊື່ນຊົມບັນດາຮູບປັ້ນກັບຈຸດທີ່ເປັນເອກະລັກສະເພາະພິເສດຂອງແຕ່ລະພື້ນຖານວັດທະນະທໍາແຕ່ຍັງສະແດງໃຫ້ເຫັນຈິດໃຈຮ່ວມມື, ມຸ່ງໄປເຖິງອະນາຄົດລວມຂອງບັນດາພື້ນຖານເສດຖະກິດ, ບໍ່ພຽງແຕ່ໃນການພັດທະນາເສດຖະກິດເທົ່ານັ້ນຫາກຍັງຜ່ານວັດທະນະທໍາ ແລະສິລະປະອີກດ້ວຍ.

ດ້ວຍຄວາມປາດຖະໜາວ່າປະຊາຊົນແຕ່ລະຄົນແມ່ນເອກອັກຄະລັດຖະທູດດ້ານວັດທະນະທໍາໜຶ່ງຄົນ, ທີ່ສົ່ງສານແມ່ນພົນລະເມືອງຂອງນະຄອນທີ່ເປັນຕາໜ້າຢູ່ດ້ວຍການປະພຶດຢ່າງມີວັດທະນະທໍາ, ສຸດອົກສຸດໃຈ, ຮັກແພງແຂກຄົນ, ດ່າໜັ້ງ ໄດ້ຈັດຕັ້ງຊຸດບໍາລຸງສ້າງພາສາອັງກິດຫຼາຍຄັ້ງໃຫ້ແກ່ພະນັກງານ, ລັດຖະກອນ, ກໍາລັງປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ນັກຂ່າວກວ່າ 300 ຄົນຂອງນະຄອນ, ຊຸດບໍາລຸງສ້າງວິຊາການຫຼາຍຄັ້ງ, ຍົກສູງລະດັບຄວາມຮູ້ດ້ານພາສາຕ່າງປະເທດໃຫ້ແກ່ພາລະກອນຂອງໂຮງແຮມ, ຮ້ານ, ຜູ້ຂັບລົດແທັກຊີ... ຄຽງຂ້າງນັ້ນ, ມີນັກອາສາສະໝັກ, ຜູ້ຕິດຕໍ່ສື່ສານເຊິ່ງແມ່ນນັກສຶກສາທີ່ກໍາລັງຮໍ່າຮຽນຢູ່ບັນດາມະຫາວິທະຍາໄລ ແລະພະນັກງານ, ລັດຖະກອນບັນດາພະແນກການ, ຄະນະ, ຂະແໜງການ, ໂຮງຮຽນໃນບໍລິເວນນະຄອນໄດ້ຮັບການຄັດເລືອກ ແລະຝຶກອົບຮົມຢ່າງລະອຽດໄດ້ກຽມພ້ອມຮັບໃຊ້ໃຫ້ບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC ແລະໜູນຊ່ວຍບັນດາຜູ້ແທນບັນດາພື້ນຖານເສດຖະກິດ APEC. ນະຄອນໄດ້ປຸກລະດົມຍຸດທະນາການ “ຮອຍຍິ້ມ ດ່າໜັ້ງ” ເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຊົນ ດ່າໜັ້ງ ຮ່ວມແຮງຮ່ວມໃຈກັນຢັ້ງຢືນເຄື່ອງໝາຍການຄ້ານະຄອນ ດ່າໜັ້ງ ທີ່ສະໜິດສະໜົມ, ຮັກແພງແຂກຄົນ.

 

ແປໂດຍ: ຈາງຫງວຽນ