ກົມຄຸ້ມຄອງການກວດ, ປິ່ນປົວພະຍາດ - ກະຊວງສາທາລະນະສຸກຫວຽດນາມ ໄດ້ຮັບໜ້າທີ່ເປັນຫົວໜ່ວຍປະຈໍາການ, ຊ່ວຍການນໍາກະຊວງສາທາລະນະສຸກ ຜັນຂະຫຍາຍແຜນການວຽກງານການແພດຮັບໃຊ້ສັບປະດາຂັ້ນສູງ APEC 2017, ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງກວດກາ, ຕິດຕາມກວດກາການບໍລິຫານໂດຍກົງ ບັນດາວຽກງານກະກຽມດ້ານການແພດຂອງບັນດາຫົວໜ່ວຍທີ່ເຂົ້າຮ່ວມຮັບໃຊ້ກອງປະຊຸມ. ມາຮອດຈຸດເວລານີ້, ວຽກງານການແພດໄດ້ກະກຽມຢ່າງຮອບຄອບຖີ່ຖ້ວນ, ກຽມພ້ອມຮັບໃຊ້ສັບປະດາຂັ້ນສູງ APEC.

ທ່ານ ຮສຈ. ປອ ເລືອງຫງອກເຄວ, ຫົວໜ້າກົມຄຸ້ມຄອງການກວດ, ປິ່ນປົ່ວພະຍາດໃຫ້ຮູ້ວ່າ: ກົມຄຸ້ມຄອງການກວດ, ປິ່ນປົວພະຍາດ, ກະຊວງສາທາລະນະສຸກຫວຽດນາມ ຮັບຜິດຊອບເປັນປະຈໍາການ, ສ້າງແຜນການ, ຈັດຕັ້ງການຜັນຂະຫຍາຍ, ສົມທົບກັນກວດກາ, ຕິດຕາມກວດກາການບໍລິຫານບັນດາຫົວໜ່ວຍການແພດເຂົ້າຮ່ວມຮັບໃຊ້ເຫດການດັ່ງກ່າວ.

ຂະແໜງສາທາລະນະສຸກ ໄດ້ສັບຊ້ອນພະນັກງານການແພດປະມານ 500 ຄົນ ລວມມີ: ທ່ານໝໍ, ພະຍາບານ, ນັກເຕັກນິກ... ໃນນັ້ນມີບັນດາສາດສະດາຈານແຖວໜ້າຂອງບັນດາໂຮງໝໍຄື: ຫື້ວຫງິ, ຫວຽດດຶກ, ແບກມາຍ, ເຈີ້ໄຣ໊, ທົ໋ງເຍີດ, ວິນເມັກ ຮ່າໂນ້ຍ ເຂົ້າຮ່ວມຮັບໃຊ້ສັບປະດາຂັ້ນສູງ APEC 2017.

ຂະແໜງສາທາລະນະສຸກໄດ້ເພີ່ມເຕີມລົດຂົນສົ່ງຄົນເຈັບ 2 ຄັນ ດ້ວຍເຄື່ອງອຸປະກອນ, ຢຸກຢາທີ່ຈໍາເປັນຢ່າງຄົບຖ້ວນເພື່ອໜູນຊ່ວຍພະແນກສາທາລະນະສຸກນະຄອນ ດ່າໜັ້ງ ຮັບໃຊ້ສັບປະດາຂັ້ນສູງ APEC 2017, ສ້າງແຜນການກ່ຽວກັບວິທີກູ້ຊ່ວຍໄພພິບັດ; ສົມທົບກັບບໍລິສັດ International SOS ປະກາດໃຊ້ແຜນການ ແລະຂັ້ນຕອນຂົນສົ່ງຄົນເຈັບໄປປິ່ນປົວຢູ່ຕ່າງປະເທດ.

ບັນດາວຽກງານສໍາຄັນຄື: ຮັບປະກັນອະນາໄມສິ່ງແວດລ້ອມ, ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກພະຍາດ, ຮັບປະກັນຄວາມປອດໄພສຸຂະອະນາໄມດ້ານສະບຽງອາຫານ ເຊິ່ງຂະແໜງສາທາລະນະສຸກໄດ້ກວດກາ, ຕິດຕາມກວດກາເປັນປະຈໍາ.

ພິເສດ, ວຽກງານປະຖົມພະຍາບານ, ກວດ ແລະປິ່ນປົວພະຍາດ ໄດ້ກຽມພ້ອມກ່ຽວກັບຊັບພະຍາກອນມະນຸດ, ພາຫະນະ, ຢຸກຢາ, ເຄື່ອງອຸປະກອນເພື່ອປະຕິບັດການສົ່ງ ເສີມສຸຂະພາບ ສໍາລັບບັນດາຜູ້ແທນເຂົ້າຮ່ວມສັບປະດາຂັ້ນສູງ APEC 2017 ເປັນຢ່າງດີ.

ທ່ານຫົວໜ້າກົມ ເລືອງຫງອກເຄວ ໃຫ້ຮູ້ວ່າ: ໃນປະຈຸບັນ, ວຽກງານການແພດຮັບໃຊ້ສັບປະດາຂັ້ນສູງ APEC ໄດ້ກະກຽມຢ່າງຮອບຄອບຖີ່ຖ້ວນ ແລະພ້ອມແລ້ວທີ່ຈະຮັບໃຊ້ດ້ວຍບັນດາຈຸດໝາຍຄື: ຮັບປະກັນອະນາໄມສິ່ງແວດລ້ອມ, ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກພະຍາດ, ບໍ່ໃຫ້ໂລກພະຍາດໃຫຍ່ເກີດຂຶ້ນ; ຮັບປະກັນຄວາມປອດໄພສຸຂະອະນາໄມດ້ານສະບຽງອາຫານ, ສົມທົບກັບບັນດາກໍາລັງທີ່ກ່ຽວຂ້ອງຈັດຕ້ັງການກວດກາພະຍາດກ່ອນ ແລະໃນເວລາທີ່ດໍາເນີນສັບປະດາຂັ້ນສູງ APEC 2017.

 

ແປໂດຍ: ທູຈາງ