ທີ່ AMF, ບັນດາປະເທດອາຊຽນ ຕີລາຄາກ່ຽວກັບການຮ່ວມມື ແລະຄວາມໝັ້ນຄົງທາງທະເລ ເຊິ່ງກົນໄກສະເພາະຂະແໜງການອາຊຽນ ຜັນຂະຫຍາຍໃນໄລຍະຜ່ານມາ; ຊົມເຊີຍຖະແຫຼງການຂອງການນຳອາຊຽນ ກ່ຽວກັບເສດຖະກິດທະເລຂຽວທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39. ເນື່ອງໃນໂອກາດນີ້, ໃນຖານະເປັນປະທານຮ່ວມກອງປະຊຸມກຸ່ມກາງໄລຍະເວທີປາໄສພາກພື້ນອາຊຽນ (ARF) ກ່ຽວກັບຄວາມໝັ້ນຄົງຢູ່ທະເລ ໄລຍະ 2018-2021, ຫວຽດນາມ ໄດ້ທວນຄືນຜົນການທີ່ບັນລຸໄດ້ໃນຊຸມປີຜ່ານມາ, ອັບເດດສະພາບການຜັນຂະຫຍາຍແຜນການວຽກງານ ARF ກ່ຽວກັບຄວາມໝັ້ນຄົງທາງທະເລ ກໍ່ຄືແບ່ງປັນຄວາມຫວັງກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ ແລະບັນດາຂົງເຂດບູລິມະສິດທີ່ຕ້ອງໄດ້ຮັບການຊຸກຍູ້ໃນໄລຍະຈະມາເຖິງ.

leftcenterrightdel
ເຮືອຫາປາ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ EAMF, 3 ຫົວຂໍ້ຫຼັກໄດ້ປຶກສາຫາລື, ລວມມີ: ຮັກສາສັນຕິພາບ ແລະເຊີດຊູຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນໂດຍອີງໃສ່ກົດໝາຍ ເພື່ອແນໃສ່ປັບປຸງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ຊຸກຍູ້ເສດຖະກິດທະເລຂຽວ; ປົກປັກຮັກສາສິ່ງແວດລ້ອມທະເລ.

ບັນດາປະເທດເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ຖືນີ້ແມ່ນຜົນປະໂຫຍດລວມ; ເນັ້ນໜັກການເຄົາລົບກົດໝາຍສາກົນ ແລະ UNCLOS 1982, ຮຽກຮ້ອງການລະງັບໃຈ, ບໍ່ເຮັດໃຫ້ສະພາບສັບສົນຂຶ້ນຕື່ມ, ແກ້ໄຂການແກ່ງແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ UNCLOS 1982, ສະໜັບສະໜູນປະຕິບັດຖະແຫຼງການ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ແລະສ້າງ COC ໃຫ້ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.

ທີ່ບັນດາເວທີຂ້າງເທິງນັ້ນ, ຫວຽດນາມ ແບ່ງປັນຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມຈຳເປັນຂອງການເຈລະຈາ, ປຶກສາຫາລື, ເຄົາລົບກົດໝາຍສາກົນ; ເຊີດຊູຈິດໃຈຮັບຜິດຊອບ, ເຈດຈຳນົງທີ່ດີຂອງປະເທດຕ່າງໆໃນການປະຕິບັດຄຳໝັ້ນສັນຍາ. ຕໍ່ໜ້າການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກ, ຫວຽດນາມ ຢັ້ງຢືນຄືນໃໝ່ຫຼັກການ, ເນັ້ນໜັກເຖິງຜົນປະໂຫຍດ ແລະຄວາມຮັບຜິດຊອບຂອງບັນດາປະເທດໃນການສູ້ຊົນສ້າງທະເລຕາເວັນອອກເປັນເຂດທະເລສັນຕິພາບ, ຮ່ວມມື ແລະສະຖຽນລະພາບ.

ໂດຍ: ເກື່ອງດັ້ງ