leftcenterrightdel
ທ່ານ Mohamad Hasan ລັດຖະມົນຕີການຕ່າງປະເທດ ມາເລເຊຍ. ພາບ: REUTERS/Chalinee Thirasupa

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 25 ຕຸລາ, ກ່ອນຈັດກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 47, ທ່ານ Mohamad Hasan ລັດຖະມົນຕີການຕ່າງປະເທດ ມາເລເຊຍ ຢືນຢັນວ່າ ອາຊຽນ ຈະບໍ່ຍົກອອກຖະແຫຼງການຮ່ວມກ່ຽວຂ້ອງເຖິງການຄ້າ ຫຼື ພາສີອາກອນກັບອາເມລິກາ ໃນກອງປະຊຸມຄັ້ງນີ້.

ຕາມທ່ານ Mohamad Hasan ແລ້ວ, ບັນດາກອງປະຊຸມກະກຽມໃຫ້ສະໄໝປະຊຸມບໍ່ໄດ້ເຕື້ອງເຖິງບັນຫານີ້ ແລະເລື່ອງບັນດາປະເທດອາຊຽນ ຍົກອອກທັດສະນະເອງ, ເຮັດວຽກໂດຍກົງກັບອາເມລິກາ ແມ່ນສອດຄ່ອງກັບທ່າອ່ຽງທະວີພາຄີຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ກ່ຽວກັບການພົວພັນກັບສະຫະພາບເອີລົບ, ທ່ານ ໃຫ້ຮູ້ວ່າ ອາຊຽນ ແລະອີຢູ ພວມຢູ່ໃນໄລຍະສຸດທ້າຍຂອງວິວັດການເຈລະຈາສັນຍາການຄ້າເສລີ ອາຊຽນ - ອີຢູ (FTA), ດ້ວຍຄວາມຕັ້ງໜ້າຫຼາຍຢ່າງ.

ມີເນື້ອໃນສຳຄັນອື່ນອີກ ນັ້ນແມ່ນຖະແຫຼງການຮ່ວມລະຫວ່າງ ໄທ ແລະກຳປູເຈຍ, ຄາດວ່າຈະໄດ້ລົງນາມໃນຂອບເຂດກອງປະຊຸມໂດຍການເປັນສັກຂີພິຍານຂອງມາເລເຊຍ ແລະອາເມລິກາ.

ແຫຼ່ງຄັດຈາກ: vovworld.vn