ປະຈຸບັນ, ຢູ່ບ້ານ ເຈີ່ນຟູ໋, ຟານຈູຈີງ (ຂຶ້ນກັບຕາແສງ ເກີມເຢ້ວ), ຫຼາຍເຂດຍັງຖືກນ້ຳຖ້ວມເລິກ, ບັນດາກຳລັງກ່ຽວຂ້ອງ ແລະຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ພວມມານະພະຍາຍາມໜູນຊ່ວຍສະບຽງອາຫານ ແລະເຄື່ອງຂອງທີ່ຈຳເປັນ. ນໍ້າຖ້ວມຢູ່ບາງແຫ່ງໄດ້ຫຼຸດລົງ, ພະນັກງານ, ນັກຮົບກອງພັນໃຫຍ່ 841 ແລະກອງບັນຊາການປ້ອງກັນເຂດ 3 - ກີ່ແອັງ, ກອງບັນຊາການທະຫານແຂວງຮ່າຕິ້ງ ໄດ້ເລີ່ມທຳຄວາມສະອາດ, ຈັດໂຕະ, ຕັ່ງ ແລະເຄື່ອງຊ່ວຍການຮຽນການສອນ.

leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນເບື່ອງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານເຂດ 4 ພ້ອມດ້ວຍບັນດາກໍາລັງ ລົງກວດກາທີ່ເຂດປະສົບນໍ້າຖ້ວມເລິກ ຢູ່ບ້ານ ຟານຈູຈີງ. ພາບ: qdnd.vn
leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນເບື່ອງ, ຫົວໜ້າການເມືອງກອງບັນຊາການທະຫານເຂດ 4 ຢ້ຽມຢາມຖາມຂ່າວ, ມອບຂອງຂວັນໜູນຊ່ວຍບັນດາຄອບຄົວຕາແສງເກີມເຢ້ວ. ພາບ: qdnd.vn
leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນເບື່ອງ, ຫົວໜ້າການເມືອງກອງບັນຊາການທະຫານເຂດ 4 ພ້ອມດ້ວຍຄະນະ ມອບຂອບຂວັນ 100 ພູດ ໃຫ້ປະຊາຊົນຕາແສງເກີມເຢ້ວ. ພາບ: qdnd.vn
leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນເບື່ອງ ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈປະຊາຊົນທີ່ພວມພັກອາໄສຢູ່ໂຮງຮຽນມັດທະຍົມຕອນ​ຕົ້ນ ເກີມເຢ້ວ. ພາບ: qdnd.vn
leftcenterrightdel
ພະນັກງານ, ນັກຮົບກອງພັນໃຫຍ່ 841 ແລະກອງບັນຊາການປ້ອງກັນເຂດ 3 - ກີ່ແອັງ ທຳຄວາມສະອາດ, ຈັດໂຕະ, ຕັ່ງ ແລະເຄື່ອງຊ່ວຍການຮຽນການສອນ ຢູ່ໂຮງຮຽນມັດທະຍົມຕອນ​ຕົ້ນ ເກີມເຢ້ວ. ພາບ: qdnd.vn

ເມື່ອລົງຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ມອບຂອງຂວັນໃຫ້ບັນດາຄອບຄົວທີ່ພັກອາໄສຢູ່ໂຮງຮຽນມັດທະຍົມຕອນ​ຕົ້ນເກີມເຢ້ວ ແລະຜູ້ຕາງໜ້າອຳນາດການປົກຄອງບັນດາບ້ານທີ່ຖືກນໍ້າຖ້ວມ, ທ່ານພົນຈັດຕະວາ ດວ່ານຊວນເບື່ອງ ໄດ້ແບ່ງປັນຄວາມຫຍຸ້ງຍາກກັບພໍ່ແມ່ປະຊາຊົນ ແລະອຳນາດການປົກຄອງທ້ອງຖິ່ນ. ພ້ອມທັງຮຽກຮ້ອງໃຫ້ພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງຮ່າຕິ໊ງ ສືບຕໍ່ໜູນຊ່ວຍອາຫານ, ນ້ຳດື່ມ; ເຄື່ອງຂອງທີ່ຈໍາເປັນ ແລະຢຸກຢາໃຫ້ແກ່ປະຊາຊົນ, ບໍ່ປະໃຫ້ພໍ່ແມ່ປະຊາຊົນຖືກອຶດຫິວ; ລະດົມກຳລັງເພື່ອແກ້ໄຂ, ທໍາຄວາມສະອາດ; ສຸມໃສ່ໜູນຊ່ວຍເຂດປະສົບກັບຄວາມຫຍຸ້ງຍາກ, ບຸລິມະສິດທຳຄວາມສະອາດໂຮງຮຽນເພື່ອໃຫ້ນັກຮຽນກັບມາໃນໄວໆນີ້.

ໂດຍ: ທູຈາງ