ແຜ່ນດິນໄຫວເກີດຂຶ້ນຢ່າງຕໍ່ເນື່ອງ ຢູ່ຟີລິບປິນ ແລະ ອິນໂດເນເຊຍ: ຈຳນວນຜູ້ປະສົບເຄາະຮ້າຍສືບຕໍ່ເພີ່ມຂຶ້ນ, ມີຫຼາຍຄົນຍັງຫາຍສາບສູນ
ວັນທີ 2 ຕຸລາ, ອົງການປ້ອງກັນຕົວພົນລະເຮືອນຟີລິບປິນ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວມີຄວາມແຮງລະດັບ 6,9 ຢູ່ນອກຝັ່ງເຂດພາກກາງປະເທດນີ້ ໃນຕອນຄ່ຳວັນທີ 30 ກັນຍາ ໄດ້ເພີ່ມຂຶ້ນເປັນ 72 ຄົນ, ໃນນັ້ນມີ 294 ຄົນຖືກບາດເຈັບ.