ທີ່ການສົນທະນາທາງໄກ, ທ່ານ ດິງຕ໊ຽນຢູງ ແລະທ່ານ ອະນຸພາບ ຕຸນາລົມ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບໝາກຜົນທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງນະຄອນໃນໄລຍະຜ່ານມາ.

ຕາມທ່ານ ດິງຕ໊ຽນຢູງ ແລ້ວ, ການພົວພັນຫວຽດນາມ-ລາວ ແມ່ນການພົວພັນພິເສດ ແລະຫາຍາກທີ່ມີໃນປະຫວັດສາດໂລກ, ບໍ່ພຽງແຕ່ເປັນການພົວພັນລະຫວ່າງສອງປະເທດ, ສອງຊາດເທົ່ານັ້ນ ຫາກຍັງເປັນຄວາມຜູກພັນທີ່ໝັ້ນແກ່ນລະຫວ່າງບັນດາສະຫາຍປະຕິວັດທີ່ຮ່ວມເປັນຕາຍ, ຮ່ວມທຸກຮ່ວມສຸກນຳກັນອີກດ້ວຍ.

ທ່ານ ດິງຕ໊ຽນຢູງ ຊີ້ແຈ້ງວ່າ ນະຄອນຮ່າໂນ້ຍ ຖືນີ້ແມ່ນກາລະໂອກາດອັນລໍ້າຄ່າ ເພື່ອໃຫ້ສອງຝ່າຍເບິ່ງຄືນໝາກຜົນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ພ້ອມທັງຊອກຫາການກໍານົດທິດຮ່ວມມືຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ, ໃນທ່າມກາງພາກພື້ນ ແລະໂລກກໍາລັງມີການຜັນແປຫຼາຍຢ່າງ ແລະມີລັກສະນະແບບໃໝ່.

leftcenterrightdel
ທ່ານ ດິງຕ໊ຽນຢູງ ເລຂາພັກນະຄອນຮ່າໂນ້ຍ ກ່າວຄໍາເຫັນທີ່ການສົນທະນາທາງໄກ. ພາບ: ແທ່ັງຫງວຽນ.

ທ່ານ ດິງຕ໊ຽນຢູງ ຕີລາຄາສູງວ່າ ບົນພື້ນຖານບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງສອງນະຄອນຫຼວງໃນໄລຍະ 2017-2020, ນະຄອນຮ່າໂນ້ຍ ໄດ້ເປັນເຈົ້າການ, ຕັ້ງໜ້າ, ດໍາເນີນ ແລະຜັນຂະຫຍາຍ ຫຼາຍການເຄື່ອນໄຫວ.

ທ່ານ ດິງຕ໊ຽນຢູງ ຖືວ່າ ນະຄອນຫຼວງຂອງສອງປະເທດຄວນສືບຕໍ່ເພີ່ມທະວີການພົບປະທາງການທູດຢູ່ທຸກຂັ້ນ; ສຸມໃສ່ຍູ້ແຮງການຮ່ວມມືໃນຂົງເຂດທີ່ໄດ້ຜັນຂະຫຍາຍ ແລະມີປະສິດທິຜົນຢ່າງຕັ້ງໜ້າ, ຄື: ກະສິກໍາ, ການສຶກສາ ແລະບໍາລຸງສ້າງແຫຼງຊັບພະຍາກອນມະນຸດ, ນິຕິບັນຍັດ, ແຮງງານ-ທະຫານເສຍອົງຄະ ແລະສັງຄົມ...

ໂດຍ: ເກື່ອງດັ້ງ