ໃນຊຸມປີທີ່ຜ່ານມາ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ແຕ່ວຽກງານນີ້ຍັງມີຫຼາຍສິ່ງທີ່ຕ້ອງໄດ້ເຮັດເພື່ອນຳເອົາຊີວິດທີ່ສະຫງົບສຸກ, ປອດໄພມາໃຫ້ປະຊາຊົນ, ປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.
ຕົວເລກທີ່ໜ້າເສົ້າໃຈ
ລູກລະເບີດບໍ່ທັນແຕກ ເຮັດໃຫ້ຄົນເຮົາສູນເສຍສິດທິມະນຸດພື້ນຖານທີ່ສຸດນັ້ນກໍ່ຄື: ສິດມີຊີວິດ, ສິດເດີນທາງ, ສິດອອກແຮງງານ, ທຳການຜະລິດ, ສິດໄດ້ຮໍ່າຮຽນ... ໄພອັນຕະລາຍຂອງລູກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ ບໍ່ພຽງແຕ່ມີຢູ່ໃນເຂດຊາຍແດນ, ເຂດພູຜາປ່າໄມ້ເທົ່ານັ້ນ, ຫາກຍັງມີຢູ່ໃນເຂດທົ່ງພຽງ, ເຂດຊຸມຊົນ, ຍິ່ງໄປກວ່ານັ້ນແມ່ນມີຢູ່ໃນເຂດຕົວເມືອງ ອີກດ້ວຍ.
ອີງຕາມຂໍ້ມູນສະຖິຕິ, ມາຮອດເດືອນມິຖຸນາ 2025, ເນື້ອທີ່ດິນທີ່ປະປົນລູກລະເບີດບໍ່ທັນແຕກຢູ່ຫວຽດນາມ ແມ່ນປະມານ 5,54 ລ້ານເຮັກຕາ, ເກືອບເທົ່າກັບ 17% ຂອງເນື້ອທີ່ທຳມະຊາດຂອງທ່ົວປະເທດ; ປະລິມານລູກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ ຄາດວ່າປະມານ 800.000 ໂຕນ. ນັບແຕ່ປີ 1975 ມາຮອດປະຈຸບັນ, ລູກລະເບີດບໍ່ທັນແຕກ ໄດ້ເອົາຊີວິດຄົນໄປຫຼາຍກວ່າ 40.000 ຄົນ ແລະເຮັດໃຫ້ຄົນໄດ້ຮັບບາດເຈັບຫຼາຍກວ່າ 60.000 ຄົນ, ສ່ວນຫຼາຍແມ່ນຜູ້ອອກແຮງງານ, ພໍ່ແມ່ປະຊາຊົນທີ່ເປັນຊົນເຜົ່າສ່ວນໜ້ອຍ ແລະເດັກນ້ອຍ.
    |
 |
|
ພະນັກງານ, ນັກຮົບຂອງສູນເຕັກໂນໂລຊີແກ້ໄຂລູກລະເບີດບໍ່ທັນແຕກ (ເຫຼົ່າຮົບຊ່າງແສງ) ເກັບກູ້ລະເບີດຂະໜາດໃຫຍ່ຢູ່ໃຕ້ນໍ້າໃກ້ກັບຂົວລອງບຽນ, ຮ່າໂນ້ຍ. ພາບ: qdnd.vn |
ຕົວເລກຂ້າງເທິງນັ້ນໄດ້ສະແດງໃຫ້ເຫັນວ່າໄພອັນຕະລາຍຂອງລູກລະເບີດບໍ່ທັນແຕກແມ່ນຍັງມີຢູ່ຫຼາຍບ່ອນ, ບໍ່ພຽງແຕ່ເປັນໄພຂົ່ມຂູ່ຕໍ່ຊີວິດ, ສຸຂະພາບຂອງປະຊາຊົນເທົ່ານັ້ນ ຫາກຍັງຂັດຂວາງການທຳມາຫາກິນ, ເຮັດໃຫ້ຂົງເຂດພັດທະນາຖືກຕັດຂາດ. ໃນເຂດຊົນນະບົດຫຼາຍແຫ່ງ, ປະຊາຊົນຍັງມີຄວາມກັງວົນຕໍ່ການເຮັດໄຮ່ເຮັດນາຢູ່ທົ່ງນາທີ່ປະປົນລູກລະເບີດບໍ່ທັນແຕກ, ສ່ວນເດັກນ້ອຍຍັງແລ່ນຫຼິ້ນຢູ່ດິນທີ່ຊ້ອນແຝງໄປດ້ວຍອັນຕະລາຍ.
ດັ່ງນັ້ນ, ການກວດກາ, ເກັບກູ້, ທຳລາຍລູກລະເບີດບໍ່ທັນແຕກ ບໍ່ພຽງແຕ່ເປັນເປົ້າໝາຍດ້ານຄວາມປອດໄພເທົ່ານັ້ນ ຫາກຍັງເປັນ "ໄມ້ງັດ" ຕໍ່ການຫາເງິນລ້ຽງຊີບ, ຂຸດຄົ້ນແຫຼ່ງກຳລັງໃຫ້ແກ່ການສ້າງໂຄງປະກອບເສດຖະກິດຊົນນະບົດຄືນໃໝ່, ການພັດທະນາປ່າໄມ້ແບບຍືນຍົງ, ພື້ນຖານໂຄງລ່າງ ແລະການທ່ອງທ່ຽວຊຸມຊົນ...
ກ້າວເດີນຖືກທິດ, ມີຄວາມຄືບໜ້າຢ່າງຈະແຈ້ງ
ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຮັບການສະໜັບສະໜູນ, ການຮ່ວມເດີນທາງຈາກຫຼາຍປະເທດ, ອົງການຈັດຕັ້ງ, ວິສາຫະກິດພາຍໃນປະເທດ ແລະສາກົນກ່ຽວກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ. ເຖິງຢ່າງໃດກໍ່ຕາມ, ດ້ວຍເນື້ອທີ່ດິນທີ່ຍັງມີລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼາຍເກີນໄປ, ວຽກງານນີ້ຍັງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ: ແຫຼ່ງກຳລັງຈຳກັດ; ອຸປະກອນຍັງບໍ່ທັນຄົບຊຸດ; ນະໂຍບາຍຍັງບໍ່ທັນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ; ການລະດົມທຶນຈາກສາກົນຍັງບໍ່ທັນມີແຜນການໄລຍະຍາວ; ຄູ່ຮ່ວມມືທີ່ຍັງບໍ່ທັນໄດ້ຂະຫຍາຍ...
ທ່ານພົນຈັດຕະວາ ເຈິ່ນຈູງຮວ່າ, ຜູ້ບັນຊາການເຫຼົ່າຮົບຊ່າງແສງ, ຫົວໜ້າສູນເກັບກູ້ລູກລະເບີດບໍ່ທັນແຕກແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະ 2023-2024, ສູນເກັບກູ້ລູກລະເບີດບໍ່ທັນແຕກແຫ່ງຊາດຫວຽດນາມ ໄດ້ສົມທົບຢ່າງແໜ້ນແຟ້ນກັບກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງສາກົນເພື່ອຜັນຂະຫຍາຍເປົ້າໝາຍ, ໜ້າທີ່ຂອງໂຄງການ, ແຜນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມຢ່າງຮອບດ້ານ. ໃນນັ້ນ, ໄດ້ເປັນເສນາທິການໃຫ້ຂັ້ນເທິງສ້າງ, ປະກາດໃຊ້ແຜນການ, ແຜນຮ່າງ, ເອກະສານນິຕິກໍາ, ສ້າງໂຄງການຝຶກອົບຮົມເພື່ອເປັນພື້ນຖານໃຫ້ແກ່ວຽກງານລະດົມການອຸປະຖໍາ ແລະນຳໃຊ້ແຫຼ່ງກໍາລັງເພື່ອຍູ້ແຮງການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກຢ່າງມີປະສິດທິຜົນ, ໂປ່ງໃສ.
ຫວຽດນາມ ກໍ່ກຳລັງປະຕິບັດວຽກງານຮ່ວມມືສາກົນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກຢ່າງມີປະສິດທິຜົນ. ເມື່ອບໍ່ດົນມານີ້, ໃນກອງປະຊຸມເພື່ອລະດົມການອຸປະຖໍາແຫຼ່ງກໍາລັງຮັບໃຊ້ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ, ທ່ານ Marc Evans Knapper, ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳຫວຽດນາມ, ໃຫ້ຮູ້ວ່າ: "ສະຫະລັດອາເມລິກາ ເປັນຄູ່ຮ່ວມມືໃນຂົງເຂດເກັບກູ້, ທຳລາຍລູກລະເບີດບໍ່ທັນແຕກກັບຫວຽດນາມ ມາແຕ່ປີ 1993. ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ ແມ່ນວຽກງານທີ່ມີຄວາມສຳຄັນ ແລະຈຳເປັນ. ພວກຂ້າພະເຈົ້າ ຫວັງວ່າ ປະຊາຊົນຫວຽດນາມ ເວົ້າລວມ ແລະເດັກນ້ອຍຫວຽດນາມ ເວົ້າສະເພາະ ຈະໄດ້ດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ສັນຕິພາບ, ປອດໄພ, ສະນັ້ນ ພວກຂ້າພະເຈົ້າ ຈະມານະພະຍາຍາມໜູນຊ່ວຍເພື່ອໃຫ້ຫວຽດນາມ ເພີ່ມທະວີກໍາລັງຄວາມສາມາດໃນການເກັບກູ້, ທຳລາຍລູກລະເບີດບໍ່ທັນແຕກ, ເຮັດໃຫ້ເນື້ອທີ່ດິນທີ່ຍັງມີລູກລະເບີດບໍ່ທັນແຕກປະປົນຢູ່ນັ້ນສະອາດຂຶ້ນກວ່າອີກ."
ຕ້ອງເພີ່ມທະວີການສົມທົບກັນ, ຍູ້ໄວຄວາມຄືບໜ້າ
ເນື້ອທີ່ດິນທີ່ປະປົນລູກລະເບີດບໍ່ທັນແຕກຍັງກວ້າງຂວາງຫຼາຍ; ພູມສັນຖານມີຄວາມສັບສົນ, ສະພາບອາກາດຮ້າຍແຮງ; ຄວາມໜາແໜ້ນຂອງວັດຖຸລະເບີດບໍ່ສະໝໍ່າສະເໝີ, ຫຼາຍເຂດທີ່ມີລູກລະເບີດບໍ່ທັນແຕກຍັງປະປົນຢູ່ກັບເຂດທີ່ຢູ່ອາໄສຂອງຊຸມຊົນ, ທົ່ງໄຮ່ທົ່ງນາ; ແຫຼ່ງກຳລັງແຫ່ງຊາດຍັງຈຳກັດ; ໃນຂະນະທີ່ຄ່າໃຊ້ຈ່າຍໃນການເກັບກູ້, ທຳລາຍລູກລະເບີດບໍ່ທັນແຕກສູງ, ມີຄວາມປອດໄພສູງ... ນັ້ນແມ່ນປັດໄຈທີ່ສົ່ງຜົນສະທ້ອນຕໍ່ຄວາມຄືບໜ້າໃນການແກ້ໄຂລູກລະເບີດບໍ່ທັນແຕກ, ເຊິ່ງຮຽກຮ້ອງໃຫ້ມີວິທີເຂົ້າເຖິງຍຸດທະສາດ, ຍືນຍົງ, ຢຶດໝັ້ນຕໍ່ທິດນຳທີ່ມີຄວາມປອດໄພ, ມີປະສິດທິຜົນ ແລະຍືນຍົງ.
ອີງຕາມຊ່ຽວຊານຫຼາຍທ່ານກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ກ່ອນອື່ນໝົດ, ຕ້ອງເພີ່ມທະວີການສົມທົບລະຫວ່າງອົງການ, ກົມກອງທີ່ມີບົດບາດໜ້າທີ່ໃນການເປັນເສນາທິການສ້າງແຜນຮ່າງ, ໂຄງການ ແລະປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ສ້າງເງື່ອນໄຂສະດວກໃຫ້ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ. ພ້ອມກັນນັ້ນ, ແມ່ນຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມກ່ຽວກັບການປ້ອງກັນອຸບັດຕິເຫດທີ່ອາດຈະເກີດຂຶ້ນຈາກລູກລະເບີດບໍ່ທັນແຕກ; ປ່ຽນແປງເນື້ອໃນໃໝ່, ຫັນຮູບການເປັນຫຼາຍຮູບຫຼາຍແບບ, ເສີມຂະຫຍາຍບົດບາດຂອງຊຸມຊົນ, ນຳເອົາເນື້ອໃນການສຶກສາຂອງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກເຂົ້າສອນຢູ່ໃນໂຮງຮຽນບ່ອນທີ່ໄດ້ຮັບຜົນສະທ້ອນຈາກລູກລະເບີດບໍ່ທັນແຕກ; ຂະຫຍາຍໂຄງການສື່ສານເຄື່ອນທີ່, ແອັບພລິເຄຊັນດີຈີຕອນ ເຊັ່ນ: ແຜນທີ່ເຕືອນໄພກ່ຽວກັບລູກລະເບີດບໍ່ທັນແຕກ, ສ້າງໂທລະສັບສາຍດ່ວນ...
ຕ້ອງສືບຕໍ່ເພີ່ມທະວີການຮ່ວມມືສາກົນ, ຈັດກອງປະຊຸມສຳມະນາ, ເຊັນບົດບັນທຶກຊ່ວຍຈຳກັບອົງການຈັດຕັ້ງສາກົນ, ຍາດແຍ່ງເອົາແຫຼ່ງກຳລັງທາງດ້ານການເງິນ ແລະເຕັກນິກເພື່ອເລັ່ງຄວາມຄືບໜ້າຂອງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ; ພ້ອມທັງຍູ້ແຮງການຄົ້ນຄວ້າວິທະຍາສາດ, ປ່ຽນແປງໃໝ່ເຕັກໂນໂລຢີ, ຝຶກແອບລົງເລິກ, ບຳລຸງສ້າງນັກສັງເກດການ, ນັກເຕັກນິກ; ເອົາໃຈໃສ່ເປັນພິເສດເຖິງລະບອບ, ນະໂຍບາຍໃຫ້ຜູ້ທີ່ເຮັດໜ້າທີ່ໂດຍກົງໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກຢູ່ບໍລິເວນທີ່ມີຄວາມຫຍຸ້ງຍາກ.
ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກແມ່ນໄລຍະທາງທີ່ຍາວໄກ, ຮຽກຮ້ອງຕ້ອງມີຄວາມຢຶດໝັ້ນ, ອົດທົນ ແລະມີຄວາມຮັບຜິດຊອບສູງ. ຖ້າເຮັດໄດ້ຄືແນວນັ້ນ ຈຶ່ງ ຄ່ອຍໆຮຳບາດແຜສົງຄາມ ແລະຄຸນຄ່າທາງດ້ານມະນຸດສະທຳ ຈຶ່ງແຜ່ຂະຫຍາຍ, ນຳເອົາຊີວິດທີ່ສະຫງົບສຸກຢ່າງແທ້ຈິງມາສູ່ປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.
ໂດຍ: ຈາງຫງວຽນ