ການປຶກສາຫາລືຄັ້ງທີ 4 ລະຫວ່າງອາເມລິກາ, ມາເລເຊຍ, ໄທ ແລະ ກຳປູເຈຍ ໄດ້ດຳເນີນໃນວັນທີ 17 ຕຸລາຢູ່ Kuala Lumpur, ມາເລເຊຍ ບັນລຸໄດ້ບັນດາບາດກ້າວສຳຄັນໃນຄວາມມານະພະຍາຍາມ ຟື້ນຟູການພົວພັນສອງຝ່າຍລະຫວ່າງໄທ ແລະກຳປູເຈຍ. ແຈ້ງການກ່ຽວກັບການປຶກສາຫາລື, ວັນທີ 18 ຕຸລາ ທ່ານ Sihasak Phuangketkeow ລັດຖະມົນຕີການຕ່າງປະເທດໄທ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ສຸມໃສ່ເຖິງການສ້າງຖະແຫຼງການຮ່ວມເພື່ອແນໃສ່ສ້າງກອບຮ່ວມມືແກ້ໄຂບັນຫາຍັງຄົງຄ້າງລະຫວ່າງໄທ ແລະ ກຳປູເຈຍ ດ້ວຍເປົ້າໝາຍຟື້ນຟູການພົວພັນສອງຝ່າຍທີ່ເປັນມິດຄືນໃໝ່.

leftcenterrightdel
ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະຮ່ວມມືສາກົນ ກຳປູເຈຍ. ພາບ: Mfaic

ສ່ວນຝ່າຍກຳປູເຈຍ, ເມື່ອຕອບສຳພາດຕໍ່ນັກຂ່າວໃນວັນທີ 18 ຕຸລາ, ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະຮ່ວມມືສາກົນກຳປູເຈຍ ໃຫ້ຮູ້ວ່າ ຂໍ້ຕົກລົງສັນຕິພາບລະຫວ່າງສອງປະເທດ ທີ່ຈະໄດ້ຮັບການລົງນາມ ຈະຊ່ວຍໃຫ້ກຳປູເຈຍ ແລະໄທ ຫັນການພົວພັນເປັນປົກກະຕິ, ມຸ່ງໄປເຖິງການຮ່ວມດຳລົງຊີວິດທີ່ມີຄວາມສັນຕິພາບ ຄືບັນດາປະເທດບ້ານໃກ້ເຮືອນຄຽງ.

ແຫຼ່ງຄັດຈາກ: vovworld.vn