ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ສະຫາຍ ຫງວຽນຮວ່າງແອັງ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ໄດ້ປະກາດຂໍ້ຕົກລົງຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງສະຫາຍ ຫງວຽນຈ້ອງເຫງ້ຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ໃຫ້ດຳລົງຕຳແໜ່ງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ; ພ້ອມທັງເລື່ອນຊັ້ນຈາກຊັ້ນພົນໂທ ຂຶ້ນຊັ້ນພົນເອກ; ເລື່ອນຊັ້ນຈາກຊັ້ນພົນຕີ ຂຶ້ນຊັ້ນພົນໂທ ໃຫ້ສະຫາຍ ຫງວຽນວັນເກົ໊າ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະສະຫາຍ ເລດຶກຖ໊າຍ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ມອບຂໍ້ຕົກລົງແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ແລະມອບຂໍ້ຕົກລົງເລື່ອນຊັ້ນພົນໂທ ຂຶ້ນຊັ້ນພົນເອກ ໃຫ້ສະຫາຍ ຫງວຽນຈ້ອງເຫງ້ຍ. ພາບ: qdnd.vn

ມອບຂໍ້ຕົກລົງ ແລະກ່າວຄໍາເຫັນທີ່ພິທີ, ຕາງໜ້າການນຳພັກ ແລະລັດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ອວຍພອນສະຫາຍ ຫງວຽນຈ້ອງເຫງ້ຍ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ພ້ອມທັງໄດ້ຮັບການເລື່ອນຊັ້ນຂຶ້ນຊັ້ນພົນເອກ; ສະຫາຍ ຫງວຽນວັນເກົ໋າ ແລະ ສະຫາຍ ເລດຶກຖ໊າຍ ໄດ້ຮັບການເລື່ອນຊັ້ນຂຶ້ນຊັ້ນພົນໂທ. 

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ມອບຂໍ້ຕົກລົງເລື່ອນຊັ້ນຈາກຊັ້ນພົນຕີ ຂ້ຶນຊັ້ນພົນໂທໃຫ້ສະຫາຍ ຫງວຽນວັນເກົ໋າ ແລະສະຫາຍ ເລດຶກຖ໊າຍ. ພາບ: qdnd.vn

ທ່ານປະທານປະເທດ ຢືນຢັນວ່າ ນີ້ແມ່ນຄວາມຮັບຮູ້ ແລະການຕີລາຄາສູງຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະປະຊາຊົນຕໍ່ການອຸທິດສ່ວນ ແລະການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາສະຫາຍໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ; ພ້ອມກັນນັ້ນ, ນີ້ກໍ່ແມ່ນຄວາມປິຕິຊົມຊື່ນ, ຄວາມເປັນກຽດ ແລະຄວາມເອກອ້າງທະນົງໃຈຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກໍຄືຂອງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ທຸກຖ້ວນໜ້າ, ຂອງສ່ວນຕົວ, ຄອບຄົວ ແລະບ້ານເກີດເມືອງນອນຂອງບັນດາສະຫາຍ.

leftcenterrightdel
ບັນຍາກາດທີ່ພິທີ. ພາບ: qdnd.vn

ທ່ານປະທານປະເທດ ຮຽກຮ້ອງໃຫ້ 3 ສະຫາຍ ພ້ອມກັບຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ການນຳກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ສຸມໃສ່ກໍ່ສ້າງກອງທັບປະຊາຊົນໃຫ້ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ; ເປັນເຈົ້າການສົມທົບກັນກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ທ່າຮົບປ້ອງກັນຊາດທົ່ວປວງຊົນ ຕິດພັນກັບທ່າຮົບປ້ອງກັນຄວາມສະຫງົບປະຊາຊົນ ແລະທ່າຮົບໃນໃຈປະຊາຊົນ ໃຫ້ໝັ້ນຄົງເຂັ້ມແຂງ; ຮັບປະກັນໃຫ້ກອງທັບປະຊາຊົນ ຍາມໃດກໍ່ແມ່ນກຳລັງການເມືອງ, ກຳລັງສູ້ຮົບທີ່ຈົ່ງຮັກພັກດີ ແລະໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນ; ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ ຢ່າງໝັ້ນຄົງເຂັ້ມແຂງໃນທຸກກໍລະນີ; ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ.

ໂດຍ: ທູຈາງ