leftcenterrightdel
ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ

ຍາມໃດ ຫວຽດນາມ ກໍ່ຕັ້ງໜ້າສະໜັບສະໜູນການປະຕິຮູບສະຫະປະຊາຊາດ ແລະອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ, ຮຽກຮ້ອງໃຫ້ ຫວຽດນາມ ສືບຕໍ່ມີສຽງເວົ້າຢ່າງແຮງໜູນຊ່ວຍສະຫະປະຊາຊາດເຄື່ອນໄຫວຢ່າງມີປະສິດທິຜົນກວ່າ, ກະທັດລັດ ແລະມີປະຕິກິລິຍາທີ່ໄວກວ່າຕໍ່ບັນດາສິ່ງທ້າທາຍທົ່ວໂລກ. ນີ້ແມ່ນຂໍ້ສັງເກດຂອງ ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ໃນການຕອບສຳພາດສື່ມວນຊົນຫວຽດນາມ ໃນວັນທີ 25 ຕຸລາ, ເນື່ອງໃນໂອກາດເຂົ້າຮ່ວມພິທິລົງນາມສົນທິສັນຍາ ແລະ ກອງປະຊຸມຂັ້ນສູງສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ).

ຕາມທ່ານ Antonio Guterres ແລ້ວ, ຫວຽດນາມ ບໍ່ພຽງແຕ່ມີກຳລັງຄວາມສາມາດ ແລະວິຊາສະເພາະທີ່ຈຳເປັນເພື່ອເຂົ້າຮ່ວມການແກ້ໄຂ, ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງໄຊເບີເທົ່ານັ້ນ, ຫາກຍັງແມ່ນປະເທດທີ່ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ ແລະໄດ້ຮັບຄວາມເຄົາລົບດ້ວຍທີ່ຕັ້ງທີ່ນັບມື້ນັບສູງບົນເວທີການເມືອງ - ການທູດສາກົນ. ທ່ານ ໃຫ້ຂໍ້ສັງເກດວ່າ ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງລັດທິຫຼາຍຝ່າຍ ແລະແມ່ນປະເທດສະໜັບສະໜູນບັນດາຂໍ້ລິເລີ່ມ ແລະການເຄື່ອນໄຫວຂອງສະຫະປະຊາຊາດຢ່າງແຮງທີ່ສຸດ.

ແຫຼ່ງຄັດຈາກ: vovworld.vn