ຫວຽດນາມ ເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກຳປູເຈຍ ໃນພາກພື້ນອາຊຽນ
ຕາມບົດລາຍງານທາງການຂອງລັດຖະບານ ແຫ່ງລາຊະອາຈັກ ກຳປູເຈຍ ທີ່ຫາກໍ່ປະກາດແລ້ວ, ວົງເງິນການຄ້າລະຫວ່າງ ກຳປູເຈຍ ກັບບັນດາປະເທດສະມາຊິກອາຊຽນ ບັນລຸເກືອບ 11 ຕື້ USD ໃນໄລຍະ 8 ເດືອນ ຂອງປີ 2025, ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຫວຽດນາມ ເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກຳປູເຈຍໃນ ອາຊຽນ.
ຕາມບົດລາຍງານແລ້ວ, ໃນໄລຍະແຕ່ເດືອນມັງກອນ ຫາເດືອນສິງຫາ ປີນີ້, ກຳປູເຈຍ ໄດ້ສົ່ງອອກຜະລິດຕະພັນທີ່ມີມູນຄ່າ 3,98 ຕື້ໂດລາສະຫະລັດ ໄປຍັງປະເທດອາຊຽນ ອື່ນອີກ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນຂະນະທີ່ຍອດວົງເງິນການນຳເຂົ້າບັນລຸ 6,98 ຕື້ໂດລາສະຫະລັດ, ຫຼຸດລົງ 1,16%. ບົດລາຍງານ ສະແດງໃຫ້ເຫັນວ່າ ຫວຽດນາມ ເປັນຄູ່ການຄ້າອັນດັບໜຶ່ງຂອງກໍາປູເຈຍ ໃນອາຊຽນ, ຖັດຈາກນັ້ນແມ່ນ ໄທ, ສິງກະໂປ, ອິນໂດເນເຊຍ ແລະ ມາເລເຊຍ.
    |
 |
ທ່ານ ໂດ້ຫວຽດເຟືອງ ຫົວໜ້າຫ້ອງການການຄ້າຫວຽດນາມ ປະຈຳ ກຳປູເຈຍ. ພາບ: vov.vn |
ທ່ານ ໂດ້ຫວຽດເຟືອງ, ຫົວໜ້າຫ້ອງການການຄ້າຫວຽດນາມ ປະຈຳກຳປູເຈຍ ໃຫ້ຮູ້ວ່າ ຄວາມສາມາດບົ່ມຊ້ອນດ້ານການຄ້າລະຫວ່າງສອງປະເທດແມ່ນໃຫຍ່ຫຼວງທີ່ສຸດ. ພ້ອມທັງຫວັງວ່າ, ດ້ວຍຄວາມເອົາໃຈໃສ່ໜູນຊ່ວຍຂອງທຸກຂະແໜງການ, ຄວາມມານະພະຍາຍາມ, ຄວາມຕັດສິນໃຈຄອງຕະຫຼາດຂອງບັນດາວິສາຫະກິດ ຫວຽດນາມ, ໃນໄລຍະຈະມາເຖິງ, ສິນຄ້າຂອງຫວຽດນາມ ຈະນັບມື້ນັບມີຫຼາຍຢູ່ກຳປູເຈຍ ແລະນຳມາເຊິ່ງການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ການພົວພັນດ້ານການຄ້າສອງຝ່າຍລະຫວ່າງສອງປະເທດ, ຖືກກັບຄວາມຫວັງຂອງການນຳສອງຝ່າຍ ແມ່ນ ຈະບັນລຸລະດັບ 20 ຕື້ USD ໂດຍໄວໃນໄລຍະຈະມາເຖິງ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ