ວັນທີ 22 ຕຸລາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໂດຍຕອບສະໜອງຄຳເຊື້ອເຊີນຂອງທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ, ປະທານອາຊຽນ 2025, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມ​ສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຢູ່ Kuala Lumpur, ມາເລເຊຍ. ບັນດາກອງປະຊຸມຄັ້ງນີ້ ຈະດຳເນີນແຕ່ວັນທີ 25-28 ຕຸລາ 2025.

ແຫຼ່ງຄັດຈາກ: vovworld.vn