“ສີສັນຫວຽດນາມ ເຊື່ອມໂຍງເຂົ້າກັບໂລກ” - ສານແຫ່ງຄວາມສາມັກຄີໃນຄວາມຫຼາກຫຼາຍ
    
    
    
        
            
ກປ.ອອນໄລ - ຮ້ານວາງສະແດງສິນຄ້າຂອງຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາຈຸດພົ້ນເດັ່ນ, ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
        
        
        
            
	ໃນຂອບເຂດສັບປະດາສາກົນມະຫາວິທະຍາໄລ Malaya (UM) 2025 ໂດຍມະຫາວິທະຍາໄລແຖວໜ້າຂອງມາເລເຊຍ ຈັດຕັ້ງເນື່ອງໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47, ສະມາຄົມມິດຕະພາບມາເລເຊຍ-ຫວຽດນາມ (VMFA) ແລະສະຖານທູດຫວຽດນາມ ປະຈຳ ມາເລເຊຍ ໄດ້ສົມທົບກັນຈັດຕັ້ງຮ້ານວາງສະແດງສິນຄ້າຫວຽດນາມ ດ້ວຍຫົວຂໍ້ “ສີສັນຫວຽດນາມ ເຊື່ອມໂຍງເຂົ້າກັບໂລກ” ແນໃສ່ໂຄສະນາວັດທະນະທໍາຫວຽດນາມ ໃນນັກສຶກສາປະເທດປະຈຳຖິ່ນ ແລະສາກົນ.
	
		
			
				     | 
		
		
			
				  | 
		
		
			| 
				ບັນຍາກາດທີ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ | 
		
	
	ຮ້ານວາງສະແດງສິນຄ້າຂອງຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາຈຸດພົ້ນເດັ່ນ, ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ຜ່ານຫຼາຍຮູບການທີ່ຈັບອົກຈັບໃຈ ຄື: ການສອບຖາມເພື່ອຊອກຮູ້ວັດທະນະທໍາ, ປະເທດຊາດ, ຊາວຫວຽດນາມ; ຮຽນເວົ້າພາສາຫວຽດນາມ ແລະລອງນຸ່ງຊຸດພື້ນເມືອງເພື່ອຖ່າຍຮູບເປັນທີ່ລະນຶກ; ເຮັດຕົວຈິງ ແລະຊິມອາຫານຫວຽດນາມ...
	ສັບປະດາສາກົນມະຫາວິທະຍາໄລ Malaya (UM) 2025 ໄດ້ຈັດຂຶ້ນເປັນຄັ້ງທຳອິດ, ດໍາເນີນໃນລະຫວ່າງວັນທີ 28-30 ຕຸລາ ໃນຂອບເຂດຂອງໂຮງຮຽນ, ແນໃສ່ນຳເອົາຄວາມຫຼາກຫຼາຍທາງດ້ານວັດທະນະທໍາໃນໂລກມາສູ່ນັກສຶກສາ ແລະສົ່ງສານຄວາມສາມັກຄີໃນຄວາມຫຼາກຫຼາຍ.
	ການເຄື່ອນໄຫວແນະນຳວັດທະນະທໍາຫວຽດນາມ ຢູ່ສັບປະດາສາກົນມະຫາວິທະຍາໄລ Malaya (UM) 2025 ບໍ່ພຽງແຕ່ປະກອບສ່ວນແຜ່ຂະຫຍາຍວັດທະນະທໍາຫວຽດນາມ ໃນນັກສຶກສາສາກົນເທົ່ານັ້ນ ຫາກຍັງຕິດພັນກັບນໍ້າໃຈມິດຕະພາບລະຫວ່າງຫວຽດນາມ ແລະມາເລເຊຍ ອີກດ້ວຍ.
	ໂດຍ: ເຈິ່ນຮວ່ຽນ