ອາຊຽນ ຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຫຼອກລວງ
    
    
    
        
            
ຕຳຫຼວດ ໄທ ຫວັງວ່າ ໝາກຜົນຂອງກອງປະຊຸມນີ້ ຈະປະກອບສ່ວນເພີ່ມທະວີກຳລັງຄວາມສາມາດໃຫ້ບັນດາອົງການປະຕິບັດກົດໝາຍ, ຊ່ວຍບັນດາປະເທດຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.
        
        
        
            
	ໄທ ຈະເປັນປະທານຈັດກອງປະຊຸມຜູ້ບັນຊາການຕະຫຼວດບັນດາປະເທດອາຊຽນ ຄັ້ງທີ 43 (ASEANAPOL-43), ແຕ່ວັນທີ 3 - 7 ພະຈິກ 2025 ຢູ່ນະຄອນຫຼວງ ບາງກອກ, ດ້ວຍຫົວຂໍ້ “ຮ່ວມມືກັນກະທຳ: ມ້າງທຳລາຍການຫຼອກລວງ, ສະກັດກັ້ນການສໍ້ໂກງ ແລະປົກປ້ອງປະຊາຊົນ”. ກອງປະຊຸມຄັ້ງນີ້ໂດຍມີການເຂົ້າຮ່ວມຂອງບັນດາຜູ້ແທນແມ່ນເຈົ້າໜ້າທີ່ຕຳຫຼວດ, ຄວາມໝັ້ນຄົງຂັ້ນສູງບັນດາປະເທດຢູ່ພາກພື້ນ, ຄູ່ຮ່ວມມືຕ່າງປະເທດ ແລະນັກສັງເກດການສາກົນ.
	ໃນຂອບເຂດກອງປະຊຸມຄັ້ງນີ້, ບັນດາຄະນະກຳມະການ, ກຸ່ມເຮັດວຽກ ແລະວາລະເຮັດວຽກ 2 ຝ່າຍຈະສຸມໃສ່ປຶກສາຫາລືການຍົກສູງປະສິດທິຜົນບັນດາຂອບເຂດການຮ່ວມມື ແລະກົນໄກສົມທົບກັນ, ດ້ວຍເປົ້າໝາຍປະຕິກິລິຍາຢ່າງວ່ອງໄວ ແລະສະກັດກັ້ນບັນດາການເຄື່ອນໄຫວຂອງອາດຊະຍາກຳຢ່າງທັນການ. ຕຳຫຼວດ ໄທ ຫວັງວ່າ ໝາກຜົນຂອງກອງປະຊຸມນີ້ຈະປະກອບສ່ວນເພີ່ມທະວີກຳລັງຄວາມສາມາດໃຫ້ບັນດາອົງການປະຕິບັດກົດໝາຍ, ຊ່ວຍບັນດາປະເທດຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.
	ແຫຼ່ງຄັດຈາກ: vovworld.vn