leftcenterrightdel
ພະຍາກອນກ່ຽວກັບພາຍຸລູກທີ 13 Kalmaegi. ພາບ: ສູນອຸຕິນິຍົມ, ອຸທົກກະສາດແຫ່ງຊາດ

ພາຍຫຼັງເຄື່ອນເຂົ້າທະເລຕາເວັນອອກ, ພາຍຸລູກດັ່ງກ່າວ ຈະພັດຖະຫຼົ່ມເຂົ້າເຂດພາກກາງຫວຽດນາມ, ໃນສະພາບເຂດດັ່ງກ່າວຫາກໍ່ຮັບມືກັບຝົນຕົກນ້ຳຖ້ວມຄັ້ງປະຫວັດສາດທີ່ແກ່ຍາວເປັນຫຼາຍຄັ້ງ, ກໍ່ຜົນເສຍຫາຍຢ່າງໜັກໜ່ວງ. ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານ, ຮັບມືກັບພາຍຸ KALMAEGI  ແລະຝົນຕົກນ້ຳຖ້ວມພາຍຫຼັງພາຍຸ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການ, ບັນດາແຂວງ, ນະຄອນ, ໂດຍສະເພາະແມ່ນທ້ອງຖິ່ນຕ່າງໆຈາກດ່າໜັງ ຕະຫຼອດຮອດ ແຄັ໋ງຮວ່າ ຈັດຕັ້ງການຕິດຕາມ, ກຳແໜ້ນສະພາບການຜັນແປຂອງພາຍຸນ້ຳຖ້ວມ; ສຳຫຼວດກວດຄືນບັນດາແບບວິທີ, ກຽມພ້ອມຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານ, ຮັບມືກັບພາຍຸ ແລະນ້ຳຖ້ວມຫຼັງພາຍຸ; ຮັບປະກັນຄວາມປອດໄພກ່ຽວກັບຊີວິດອິນຊີໃຫ້ແກ່ປະຊາຊົນ ແລະຈຳກັດຜົນເສຍຫາຍກ່ຽວກັບຊັບສິນຂອງປະຊາຊົນ ແລະລັດ ຢ່າງສຸດຂີດ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ກະທັນຫັນໃນທຸກກໍລະນີ.

ແຫຼ່ງຄັດຈາກ: vovworld.vn