ADB: ຫວຽດນາມ ຕ້ອງສ້າງກຳລັງໜູນເຕີບໂຕໃໝ່ຈາກການລົງທຶນພາກລັດ ແລະພາກເອກະຊົນ
ຕາມທະນາຄານ ADB ແລ້ວ, ການຍູ້ແຮງການລົງທຶນພາກລັດ, ການປັບປຸງພື້ນຖານໂຄງລ່າງ ແລະຊຸກຍູ້ສົ່ງເສີມການບໍລິໂພກ ຢູ່ພາຍໃນປະເທດແມ່ນຂໍກຸນແຈຊ່ວຍໃຫ້ຫວຽດນາມ ທັງຮັບມືກັບສິ່ງທ້າທາຍ, ທັງປັບປຸງຖານະບົດບາດໃນຕ່ອງໂສ້ມຸນຄ່າພາກພື້ນ.
ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ກ່ຽວກັບສະພາບການເສດຖະກິດຫວຽດນາມ ໃນປັດຈຸບັນ, ທ່ານ Shantanu Chakraborty, ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຕ້ອງສ້າງກຳລັງໜູນເຕີບໂຕໃໝ່ຈາກການລົງທຶນພາກລັດ ແລະພາກເອກະຊົນ. ຕາມທະນາຄານ ADB ແລ້ວ, ການຍູ້ແຮງການລົງທຶນພາກລັດ, ການປັບປຸງພື້ນຖານໂຄງລ່າງ ແລະຊຸກຍູ້ສົ່ງເສີມການບໍລິໂພກຢູ່ພາຍໃນປະເທດແມ່ນຂໍກຸນແຈຊ່ວຍໃຫ້ຫວຽດນາມ ທັງຮັບມືກັບສິ່ງທ້າທາຍ, ທັງປັບປຸງຖານະບົດບາດໃນຕ່ອງໂສ້ມຸນຄ່າພາກພື້ນ.
    |
 |
|
ທ່ານ Shantanu Chakraborty, ຜູ້ອຳນວຍການທະນາຄານພັດທະນາ ອາຊີ (ADB) ປະຈຳ ຫວຽດນາມ. ພາບ: chinhphu.vn |
ທ່ານ Shantanu Chakraborty ໃຫ້ຮູ້ວ່າ ໃນບົດລາຍງານຫຼ້າສຸດ, ADB ໄດ້ຄາດຄະເນລະດັບເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2025 ຈະເພີ່ມໜ້ອຍໜຶ່ງ ແຕ່ 6,6% ຂຶ້ນເປັນ 6,7%. ບັນລຸໄດ້ສິ່ງດັ່ງກ່າວແມ່ນຍ້ອນໃນ 6 ເດືອນຕົ້ນປີ 2025, ຫວຽດນາມ ບັນລຸໄດ້ລະດັບການເຕີບໂຕ GDP ດີທີ່ສຸດແມ່ນ 7,5%, ສ່ວນຫຼາຍແມ່ນຍ້ອນຍູ້ແຮງບັນດາກິດຈະກຳທີ່ກ່ຽວຂ້ອງເຖິງການຄ້າ, ການສົ່ງອອກ, ກ່ອນທີ່ນະໂຍບາຍພາສີອາກອນຂອງອາເມລິກາ ມີຜົນສັກສິດໃນເດືອນສິງຫາຜ່ານມາ. ນອກຈາກນັ້ນ, ການຜະລິດ, ການທ່ອງທ່ຽວ ແລະ ບັນດາການບໍລິການອື່ນລ້ວນແຕ່ມີໂອກາດເຕີບໂຕຫຼາຍພໍສົມຄວນ.
ທ່ານ Shantanu Chakraborty ຖືວ່າ ໃນໄລຍະສັ້ນ, ຫວຽດນາມ ຕ້ອງໃຫ້ບຸລິມະສິດແກ່ການລົງທຶນພາກລັດ. ລັດຖະບານຕ້ອງມີນະໂຍບາຍປີການເງິນ ທີ່ຂະຫຍັນຂັນເຄື່ອນ, ເພີ່ມທະວີການໃຊ້ຈ່າຍສາທາລະນະໃຫ້ແກ່ບັນດາຂົງເຂດສັງຄົມເພື່ອຊ່ວຍເຫຼືອຜູ້ມີຄວາມສ່ຽງສູງກວ່າເພິ່ນ, ພ້ອມທັງເພີ່ມທະວີຄວາມຕ້ອງການບໍລິໂພກຢູ່ພາຍໃນປະເທດ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ