ກຳປູເຈຍ, ໄທ ເລີ່ມຖອນອາວຸດປະເພດໜັກອອກຈາກເຂດຊາຍແດນ
ຕອນຄ່ຳວັນທີ 26 ຕຸລາ, ພາຍໃຕ້ການຕິດຕາມກວດກາຂອງບັນດານັກສັງເກດການອາຊຽນ, ກຳປູເຈຍ ແລະ ໄທ ໄດ້ເລີ່ມຕົ້ນການຖອນອາວຸດປະເພດໜັກ ພ້ອມກັບວັດຖຸອຸປະກອນອອກຈາກ ເຂດຊາຍແດນທີ່ຂັດແຍ້ງກັນ ແລະນຳກັບໄປຍັງບັນດາຖານທີ່ໝັ້ນການທະຫານຂອງແຕ່ລະຝ່າຍຕາມປົກກະຕິ.