ຄວາມຄາດຫວັງຢາກກ້າວໄປຂ້າງໜ້າເປັນປະຊາຄົມທີ່ເປັນເອກະພາບບໍ່ແມ່ນສິ່ງໃໝ່. ກ່ອນນີ້ 10 ປີ, ບັນດາການນຳອາຊຽນ ໄດ້ກຳນົດຍຸດທະສາດໃຫ້ແກ່ໄລຍະຕໍ່ໄປຂອງວິວັດທະນາການເຊື່ອມໂຍງເສດຖະກິດ ຄື: ກໍ່ສ້າງພື້ນຖານເສດຖະກິດອາຊຽນທີ່ເຊື່ອມໂຍງ, ຍືນຍົງ ແລະກວມລວມ, ຊຸກຍູ້ການເຕີບໂຕແບບຍືນຍົງ, ເລີ່ມປ່ຽນແປງໃໝ່ປະດິດສ້າງ ແລະປັບປຸງທີ່ຕັ້ງເສດຖະກິດທົ່ວໂລກຂອງພາກພື້ນ.
ວິໄສທັດປະຊາຄົມເສດຖະກິດອາຊຽນ (AEC) 2025, ໄດ້ຮັບຮອງເອົາພ້ອມກັບວິໄສທັດຂອງປະຊາຊົມການເມືອງ-ຄວາມໝັ້ນຄົງອາຊຽນ (APSC) ແລະປະຊາຄົມວັດທະນະທຳ-ສັງຄົມອາຊຽນ (ASCC) ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ປີ 2015, ໄດ້ກາຍເປັນເຄື່ອງມືຫຼັກແຫຼ່ງໃນການຫັນຄວາມຄາດຫວັງນີ້ໃຫ້ປະກົດຜົນເປັນຈິງ.
    |
 |
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ ພ້ອມກັບບັນດາການນຳ ລົງນາມໃນຖະແຫຼງການ “ອາຊຽນ 2045: ອະນາຄົດລວມຂອງພວກເຮົາ” ເນື່ອງໃນໂອກາດໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ຢູ່ ມາເລເຊຍ ໃນເດືອນ ພຶດສະພາ 2025. ພາບ: VGP |
ໜຶ່ງທົດສະວັດຂອງການຜັນຂະຫຍາຍ AEC 2025
ພາຍຫຼັງໜຶ່ງທົດສະວັດແຫ່ງການຜັນຂະຫຍາຍ AEC 2025, ບັນດາໝາກຜົນທີ່ບັນລຸໄດ້ແມ່ນໜ້າປະທັບໃຈ, ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນຕົວເລກຄາດໝາຍເສດຖະກິດ, ພິເສດແມ່ນການຄ້າ ແລະການລົງທຶນ.
ແຕ່ປີ 2015 ຮອດປີ 2024, GDP ຂອງອາຊຽນ ໄດ້ເພີ່ມຂຶ້ນຈາກ 2.500 ຕື້ໂດລາສະຫະລັດ ມາເປັນ 3.900 ຕື້ໂດລາສະຫະລັດ, ດ້ວຍອັດຕາການເຕີບໂຕສະເລ່ຍຕໍ່ປີແມ່ນ 5,1%. ຍອດມູນຄ່າການຄ້າເພີ່ມຂຶ້ນຈາກ 2.300 ຕື້ໂດລາສະຫະລັດໃນປີ 2015 ມາເປັນ 3.800 ຕື້ໂດລາສະຫະລັດໃນປີ 2024, ໃນຂະນະທີ່ກະແສເງິນລົງທຶນ FDI ເພີ່ມຂຶ້ນເກືອບທົບສອງເທົ່າ, ຈາກ 115,4 ຕື້ໂດລາສະຫະລັດ ມາເປັນ 226 ຕື້ໂດລາສະຫະລັດ.
ການຄ້າການບໍລິການກໍ່ບັນລຸລະດັບສະຖິຕິ 1.300 ຕື້ໂດລາສະຫະລັດ, ໄດ້ສ່ອງແສງໃຫ້ເຫັນການແກ່ງແຍ້ງໃນບັນດາຂົງເຂດການບໍລິການດີຈີຕອນ, logistics, ການເງິນ ແລະການທ່ອງທ່ຽວ.
    |
 |
ທ່ານ Satvinder Singh ຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບປະຊາຄົມເສດຖະກິດ ອາຊຽນ. ພາບ: asean.org |
ພິເສດ, ການເຄື່ອນໄຫວພາຍໃນພາກພື້ນກໍ່ໄດ້ສະແດງອອກໃຫ້ເຫັນລັກສະນະຊ່ວຍເຫຼືອກັນ ແລະຄວາມສາມາດຕ້ານທານຂອງພາກພື້ນ. ການຄ້າພາຍໃນກຸ່ມກວມເອົາ 22,1% ຂອງການຄ້າສິນຄ້າທັງໝົດຢູ່ພາກພື້ນໃນໄລຍະ 2016-2024. ກະແສເງິນລົງທຶນພາຍໃນກຸ່ມ ບັນລຸ 31,5 ຕື້ໂດລາສະຫະລັດໃນປີ 2024, ກວມເອົາ 13,9% ຂອງການລົງທຶນທັງໝົດ, ກາຍເປັນແຫຼ່ງທຶນ FDI ໃຫຍ່ອັນດັບທີສອງຖັດຈາກອາເມລິກາ.
ການເຄື່ອນໄຫວລວມໝູ່ຕາມຂອບເຂດ AEC 2025 ໄດ້ສວມບົດບາດໃນການຕັດສິນ. ຕາມການຄິດໄລ່, ບັນດາຂໍ້ລິເລີ່ມ ແລະຂໍ້ຕົກລົງໃນຂອບເຂດຍຸດທະສາດນີ້ໄດ້ປະກອບ 5% GDP ຕື່ມອີກ, ເທົ່າກັບ 1.100 ຕື້ໂດລາສະຫະລັດ, ພ້ອມກັບມູນຄ່າການຄ້າ 3.300 ຕື້ໂດລາສະຫະລັດ ແລະເງິນລົງທຶນເພີ່ມຂຶ້ນ 8% ຕື່ມອີກໃນທົດສະວັດທີ່ຜ່ານມາ.
ສິ່ງທີ່ເປັນໜ້າໃສ່ໃຈ, ອາຊຽນ ບັນລຸໄດ້ບັນດາໝາກຜົນເຫຼົ່ານີ້, ໃນຂະນະທີ່ກະແສເງິນລົງທຶນ FDI ໃນທົ່ວໂລກເພີ່ມຂຶ້ນແຕ່ 4% ເທົ່ານັ້ນ - ເຊິ່ງໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງນັກລົງທຶນທີ່ລົງທຶນເຂົ້າຕະຫຼາດຢ່າງມີຄວາມເປັນເອກະພາບ ແລະເຊື່ອມໂຍງຢ່າງມີປະສິດທິຜົນຂອງອາຊຽນ.
ຜົນງານບໍ່ພຽງແຕ່ສະແດງອອກໃຫ້ເຫັນຢູ່ໃນຕົວເລກສັງລວມ. ໃນຂັ້ນວິສາຫະກິດ, ສະມັດຕະພາບໃນການອອກແຮງງານກໍ່ໄດ້ຮັບການຍົກສູງຂຶ້ນ, ໄດ້ສ້າງວຽກເຮັດງານທຳໃໝ່ຕື່ມອີກ 4 ລ້ານວຽກ, ລາຍຮັບຂອງຜູ້ອອກແຮງງານເພີ່ມຂຶ້ນ 5% (ເທົ່າກັບ 16 ໂດລາສະຫະລັດຕໍ່ເດືອນ), ອັດຕາສ່ວນການເຂົ້າຮ່ວມຂອງຜູ້ອອກແຮງງານເພດຍິງ ບັນລຸ 66% - ເຊິ່ງແມ່ນອັດຕາສູງແຖວໜ້າໃນບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນ.
ດ້ວຍປະຊາຄົມວິສາຫະກິດ, ຈຸດສຸມຂອງການປະຕິຮູບລະບຽບການ ແລະການສ້າງຄວາມສະດວກດ້ານການຄ້າໄດ້ສ້າງສະພາບແວດລ້ອມທີ່ມີສະຖຽນລະພາບ, ມີຄວາມໂປ່ງໃສກວ່າເກົ່າ. ບັນດາຂໍ້ລິເລີ່ມເປັນຕົ້ນແມ່ນດ່ານຊາຍແດນປະຕູດຽວຂອງອາຊຽນ (ASW), ລະບົບຜ່ານດ່ານພາສີອາຊຽນ (ACTS) ຫຼື ຕາຕະລາງເສຍພາສີທີ່ກົມກຽວກັນໄດ້ຫຼຸດເວລາຜ່ານດ່ານລົງຈາກ 14 ມື້ຍັງເຫຼືອ 3 ມື້, ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍລົງຫຼາຍພໍສົມຄວນ ແລະຍູ້ໄວການເຂົ້າເຖິງຕະຫຼາດ.
ຄຽງຄູ່ກັນນັ້ນ, ການລົບລ້າງພາສີ 98% ພາຍໃຕ້ຂອບເຂດ ATIGA ພ້ອມກັບການນຳໃຊ້ສັນຍາ FTA ທີ່ດີກວ່າໄດ້ຍົກສູງຄວາມສາມາດແກ່ງແຍ້ງໃຫ້ແກ່ນັກຜະລິດ ແລະສົ່ງອອກ. ຍ້ອນສິ່ງດັ່ງກ່າວນັ້ນ, ການຄ້າພາຍໃນກຸ່ມ ຈຶ່ງໄດ້ເພີ່ມຂຶ້ນຕື່ມອີກ 540 ຕື້ໂດລາສະຫະລັດ, ໃນຂະນະທີ່ການຄ້ານອກກຸ່ມ, ໂດຍສະເພາະ ແມ່ນບັນດາຄູ່ຮ່ວມມື RCEP ແລະບັນດາຕະຫຼາດຫຼັກແຫຼ່ງອື່ນເພີ່ມຂຶ້ນຕື່ມ 1.400 ຕື້ໂດລາສະຫະລັດ.
ເສດຖະກິດດີຈີຕອນຂອງອາຊຽນ ຄາດວ່າຈະບັນລຸເຖິງ 2.000 ຕື້ໂດລາສະຫະລັດໃນປີ 2030. ສັນຍາແມ່ກ່ຽວກັບເສດຖະກິດດີຈີຕອນ ຂອງອາຊຽນ (DEFA) ແລະຂໍ້ລິເລີ່ມການຕັ້ງລະຫັດໃຫ້ວິສາຫະກິດທີ່ບໍ່ຊ້ຳກັນ (UBIN) ຈະຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະເພີ່ມທະວີຄວາມສາມາດເຊື່ອມຕໍ່ໃນການທຳທຸລະກໍາດີຈີຕອນຂ້າມຊາຍແດນ.
ຄຽງຂ້າງກັນນັ້ນ, ການທ່ອງທ່ຽວກໍ່ແມ່ນຈຸດເນັ້້ນ. ເຖິງວ່າແຂກທ່ອງທ່ຽວສາກົນຫຼຸດລົງເຫຼືອ 2,9 ລ້ານເທື່ອຄົນໃນປີ 2021 ຍ້ອນພະຍາດໂຄວິດ-19, ແຕ່ອາຊຽນ ກໍ່ຮັບມືຢ່າງວ່ອງໄວ, ຍົກສູງການເຊື່ອມຕໍ່ຄົມມະນາຄົມ ແລະການຊໍາລະດີຈີຕອນ, ສ້າງການໄປທ່ຽວຂ້າມຊາຍແດນ. ໝາກຜົນແມ່ນໃນປີ 2024, ອາຊຽນໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນ 127,1 ລ້ານເທື່ອຄົນ, ສະແດງໃຫ້ເຫັນຄວາມດຶງດູດ ແລະຄວາມສາມາດຟື້ນຟູຢ່າງແຂງແຮງ.
ສິ່ງທ້າທາຍໃນຕໍ່ໜ້າ ແລະວິໄສທັດ 2045
ນອກຈາກຜົນງານທີ່ບັນລຸໄດ້, ອາຊຽນ ຍັງປະເຊີນໜ້າກັບສິ່ງທ້າທາຍໃຫຍ່, ພົ້ນເດັ່ນແມ່ນຄວາມຮຽກຮ້ອງຕ້ອງການສົມທົບປັດໄຈຍືນຍົງເຂົ້າໃນຮູບແບບການເຕີບໂຕໃຫ້ເລິກເຊິ່ງກວ່າ.
ທົດສະວັດຜ່ານມາ, ການປ່ອຍອາຍພິດກາກບອນໄດ້ເພີ່ມຂຶ້ນ, ໃນຂະນະທີ່ອັດຕາຖ່ວງຂອງພະລັງງານທົດແທນເພີ່ມຂຶ້ນເລັກນ້ອຍ. ສິ່ງດັ່ງກ່າວໄດ້ວາງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນໃນການຊຸກຍູ້ບັນດາຂອບເຂດໃໝ່ ເຊັ່ນ: ຍຸດທະສາດຈາວກາກບອນຂອງອາຊຽນ, ຂອບເຂດເສດຖະກິດໝູນວຽນ AEC, ຫຼື ຂອບເຂດເສດຖະກິດສີຂຽວອາຊຽນ.
ເມື່ອເບິ່ງຄືນ, ບັນດາໝາກຜົນຂອງຂອບເຂດ AEC 2025 ໄດ້ວາງພື້ນຖານອັນໜັກແໜ້ນໃຫ້ອາຊຽນ ສືບຕໍ່ບືນຕົວຂຶ້ນ. ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໃນເດືອນພຶດສະພາຜ່ານມາ, ການຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2045 ແລະແຜນຍຸດທະສາດໄດ້ສະແດງໃຫ້ເຫັນຈິດໃຈມຸ່ງໄປເຖິງອະນາຄົດ, ມຸ່ງໄປເຖິງປະຊາຄົມຍືນຍົງ, ປະດິດສ້າງ, ຂະຫຍັນຂັນເຄື່ອນ ແລະຖືປະຊາຊົນເປັນໃຈກາງ.
ໃນນັ້ນ, ແຜນຍຸດທະສາດ AEC 2026-2030 ຈະເປັນເສົາຄ້ຳຫຼັກແຫຼ່ງ, ບໍ່ພຽງແຕ່ລົງເລິກການເຊື່ອມໂຍງເທົ່ານັ້ນ, ຫາກຍັງເພີ່ມທະວີຄວາມສາມາດໃນການຕ້ານທານຂອງພາກພື້ນໃນບັນດາຂົງເຂດສຳຄັນ ຄື ຕ່ອງໂສ້ການສະໜອງ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ ແລະກໍາລັງແຮງຄົນງານທີ່ກຽມພ້ອມໃຫ້ອະນາຄົດ. ອາຊຽນ ຕ້ອງສືບຕໍ່ເສີມຂະຫຍາຍກໍາລັງໜູນຈາກຜົນງານທີ່ບັນລຸໄດ້, ພ້ອມທັງເປັນເຈົ້າການຮັບຮູ້ ແລະແກ້ໄຂຢ່າງທັນການບັນດາຊ່ວງວ່າງ ແລະສິ່ງທ້າທາຍໃໝ່.
ໃຫ້ຄໍາໝັ້ນສັນຍາບູລະນະຢ່າງບໍ່ຢຸດຢັ້ງ ແລະພັດທະນາກວມລວມຈະແມ່ນຂໍກະແຈເພື່ອກໍ່ສ້າງ AEC ໃຫ້ໝັ້ນຄົງເຂັ້ມແຂງ, ຍືນຍົງ, ນຳເອົາຜົນປະໂຫຍດອັນຍາວນານມາໃຫ້ວິສາຫະກິດ ແລະປະຊາຊົນ, ພ້ອມທັງຢັ້ງຢືນທີ່ຕັ້ງອາຊຽນ ຄືດັ່ງກໍາລັງເສດຖະກິດແຖວໜ້າທົ່ວໂລກ.
ໂດຍ: ໄຊນີດາ