ໃນແຈ້ງການອອກວັນທີ 10 ກໍລະກົດ, ໃນສື່ສັງຄົມອອນລາຍ TruthSocial, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ, ນັບແຕ່ວັນທີ 01 ສິງຫາ, ອາເມລິກາ ຈະຈັດວາງອັດຕາພາສີ 35% ສຳລັບສິນຄ້າທີ່ນຳເຂົ້າຈາກ ການາດາ. ສະນັ້ນ, ການາດາ ແມ່ນປະເທດຫຼ້າສຸດ ແລະແມ່ນປະເທດທີ 23 ທີ່ໄດ້ຮັບຈົດໝາຍແຈ້ງອັດຕາພາສີສົມທົບໃໝ່ຈາກ ອາເມລິກາ.
ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອັດຕາພາສີດັ່ງກ່າວໄດ້ຍົກອອກມາ ເພື່ອຕອບຄືນຕໍ່ເລື່ອງ ການາດາ ມີການກະທຳໂຕ້ຕອບການຈັດວາງອັດຕາພາສີຍ້ອນບໍ່ສົມທົບກັນສະກັດກັ້ນ fentanyl ສົ່ງເຂົ້າ ອາເມລິກາ. ຕາມນັ້ນແລ້ວ, ແຕ່ວັນທີ 01 ສິງຫາ, ບັນດາປະເພດສິນຄ້າສົ່ງຜ່ານ ການາດາ ເຂົ້າ ອາເມລິກາ ຈະຕ້ອງຖືກຈັດວາງອັດຕາພາສີສູງກວ່າ. ທ່ານກໍ່ກ່າວເຕືອນວ່າ ຈະຈັດວາງອັດຕາພາສີເພີ່ມເຕີມຖ້າຫາກວ່າ ການາດາ ຕົກລົງເພີ່ມພາສີສຳລັບສິນຄ້າຂອງ ອາເມລິກາ.
ແຫຼ່ງຄັດຈາກ: vovworld.vn
Type the code from the image