leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Renato Costa ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ JBS. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ ແລະປະຕິບັດບັນດາກິດຈະກຳສອງຝ່າຍຢູ່ ບຣາຊິນ, ວັນທີ 6 ກໍລະກົດ, ຢູ່ນະຄອນ Rio de Janeiro, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Renato Costa ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ JBS (ບຣາຊິນ). JBS ແມ່ນກຸ່ມບໍລິສັດແຖວໜ້າໂລກໃນຂົງເຂດປຸງແຕ່ງທັນຍາຫານ, ມີສຳນັກງານໃຫຍ່ຕັ້ງຢູ່ ບຣາຊິນ ແລະຫ້ອງການຕາງໜ້າຢູ່ 24 ປະເທດ ແລະເຂດແຄ້ວນ.

ທ່ານນາຍົກລັດຖະມົນຕີປາດຖະໜາຢາກໃຫ້ບັນດາວິສາຫະກິດບຣາຊິນ, ໃນນັ້ນມີກຸ່ມບໍລິສັດ JBS ຈະສືບຕໍ່ເອົາໃຈໃສ່, ເປີດກວ້າງການຮ່ວມມືລົງທຶນດຳເນີນທຸລະກິດຢູ່ຕະຫຼາດຫວຽດນາມ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ພວມຍູ້ແຮງການຄ້າລະຫວ່າງສອງປະເທດ, ສຳລັບການເຈລະຈາສັນຍາການຄ້າເສລີ (FTA) ຫວຽດນາມ ແລະກຸ່ມຕະຫຼາດຮ່ວມອາເມລິກາໃຕ້ (MERCOSUR) ໃນ 6 ເດືອນທ້າຍປີ 2025.

ກໍ່ໃນວັນທີ 6 ກໍລະກົດ, ຢູ່ນະຄອນ Rio de Janeiro, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານ Daniel Lopes ຮອງປະທານບໍລິສັດ FS ແລະທ່ານ Jose Serrador Neto ຮອງປະທານທົ່ວໂລກ, ການພົວພັນຕ່າງປະເທດ ກຸ່ມບໍລິສັດ Embraer.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ