leftcenterrightdel
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບທ່ານພົນເອກ Songwit Noonpackdee ທີ່ການຕ້ອນຮັບ. ພາບ: ຫວຽດຈຸງ.

ແລກປ່ຽນທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນພຶດສະພາ 2025 ແມ່ນຂີດໝາຍປະຫວັດສາດ, ເປີດໜ້າປະຫວັດສາດໃໝ່ໃນການພົວພັນສອງຝ່າຍ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງການພົວພັນມິດຕະພາບ ແລະການຮ່ວມມືອັນດີງາມກັບໄທ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ທ່ານພົນເອກ Songwit Noonpackdee ແລະຜູ້ແທນທີ່ການຕ້ອນຮັບ. ພາບ: ຫວຽດຈຸງ.

ທ່ານລັດຖະມົນຕີ ຕີລາຄາສູງຜົນການພົບປະສອງຝ່າຍລະຫວ່າງທ່ານພົນເອກ Songwit Noonpackdee ແລະທ່ານພົນເອກ ຫງວຽນເຕີນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ພ້ອມທັງຮັບຮູ້ໝາກຜົນຕັ້ງໜ້າຂອງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ໄທ ໃນໄລຍະຜ່ານມາ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພົນເອກ Songwit Noonpackdee. ພາບ: ຫວຽດຈຸງ.

ທ່ານພົນເອກ ຟານວັນຢາງ ສະເໜີກອງທັບສອງປະເທດ ຕ້ອງຕັ້ງໜ້າຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນ, ສຸມໃສ່ປຶກສາຫາລື, ແລກປ່ຽນຍຸດທະສາດ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ; ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນທີ່ສອດຄ່ອງກັບຄວາມຕ້ອງການ ແລະທ່າແຮງຂອງແຕ່ລະຝ່າຍ. ກະຊວງປ້ອງກັນປະເທດຫວຽດນາມ ສະໜັບສະໜູນການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງກອງທັບສອງປະເທດ; ປາດຖະໜາວ່າ ສອງຝ່າຍຈະເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນກວ່າອີກ, ປະກອບສ່ວນກໍ່ສ້າງ ແລະປັບປຸງພື້ນຖານປ້ອງກັນຊາດຂອງແຕ່ລະປະເທດ, ປະກອບສ່ວນແທດຈິງໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ທ່ານພົນເອກ Songwit Noonpackdee ຖ່າຍຮູບເປັນທີ່ລະນຶກກັບຜູ້ແທນ. ພາບ: ຫວຽດຈຸງ.

ທີ່ການຕ້ອນຮັບ, ທ່ານພົນເອກ Songwit Noonpackee ສະແດງຄວາມປິຕິຊົມຊື່ນຕໍ່ພັດທະນາອັນດີງາມຂອງການພົວພັນຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຊາດ, ແມ່ນເສົາຄ້ຳຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄທ - ຫວຽດນາມ. ຮູ້ສຶກປະທັບໃຈຕໍ່ຜົນງານພັດທະນາຂອງຫວຽດນາມ, ທ່ານພົນເອກ Songwit Noonpackdee ເຊື່ອໝັ້ນວ່າ ການປະຕິຮູບຄັ້ງປະຫວັດສາດຮູບແບບການປົກຄອງທ້ອງຖິ່ນ 2 ຂັ້ນ ທີ່ພວມປະຕິບັດ ຈະຊ່ວຍໃຫ້ຫວຽດນາມ ສືບຕໍ່ບັນລຸໄດ້ຜົນງານກວ່າອີກໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ