leftcenterrightdel
ລົດຂົນສົ່ງທອງ ຢູ່ Escondida ຂອງ BHP Billiton, ບໍ່ທອງໃຫຍ່ສຸດໃນໂລກ. ພາບເອກະສານ:  REUTERS/Ivan Alvarado.

ເມື່ອແບ່ງປັນໃນແອັບສື່ສັງຄົມອອນໄລ Truth Social ໃນວັນທີ 9 ກໍລະກົດ, ຕາມເວລາທ້ອງຖິ່ນ, ເຈົ້າຂອງທຳນຽບຂາວ ໃຫ້ຮູ້ວ່າ ພາຍຫຼັງທີ່ໄດ້ຮັບການຕີລາຄາຄວາມໝັ້ນຄົງແຫ່ງຊາດ, ທ່ານຕົກລົງຈັດວາງອັດຕາພາສີ 50% ສຳລັບທອງນຳເຂົ້າ. ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ທອງແມ່ນໂລຫະທີ່ຈຳເປັນຮັບໃຊ້ບັນດາຂະແໜງຜະລິດຢູ່ ອາເມລິກາ.

ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ສືບຕໍ່ຝາກຈົດໝາຍແຈ້ງບັນດາອັດຕາພາສີຕອບໂຕ້ໃໝ່ຂອງອາເມລິກາ ເຖິງ 8 ປະເທດ ທີ່ເປັນຄູ່ຄ້າຂອງອາເມລິກາ. ອັດຕາພາສີຕອບໂຕ້ຂອງແຕ່ລະປະເທດລະອຽດດັ່ງນີ້: ຟີລິບປິນ 20%, ບຣູໄນ ແລະ ໂມນໂດວາ 25%, ສີລັງກາ, ອານເຊຣີ, ອີຣັກ ແລະ ລີບີ 30% ແລະ ສູງສຸດແມ່ນ ບຣາຊິນ 50%.

ແຫຼ່ງຄັດຈາກ: vovworld.vn