    |
 |
ບັນຍາກາດກອງປະຊຸມ ຄັ້ງທີ 30. ພາບ: ຫາຍຕ໊ຽນ. |
ຄະນະຜູ້ແທນຄະນະປະຕິບັດງານພິເສດຂອງລັດຖະບານຫວຽດນາມ ນໍາໂດຍທ່ານພົນໂທ ຫວໍມິງເລືອງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດຂອງລັດຖະບານຫວຽດນາມ. ຄະນະຜູ້ແທນຄະນະປະຕິບັດງານພິເສດຂອງລັດຖະບານລາວ ນຳໂດຍທ່ານພົນໂທ ທອງລອຍ ສີລິວົງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດຂອງລັດຖະບານລາວ.
    |
 |
ທ່ານພົນໂທ ຫວໍມິງເລືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດຂອງລັດຖະບານຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ ຄັ້ງທີ 30. ພາບ: vov.vn |
ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ຕາມເນື້ອໃນບົດບັນທຶກກອງປະຊຸມຄັ້ງທີ 29; ເນັ້ນໜັກວ່າ ເຖິງວ່າໃນເງື່ອນໄຂຂໍ້ມູນກ່ຽວກັບບ່ອນຝັງສົບຂອງທະຫານອາສາສະໝັກ ນັບມື້ນັບໜ້ອຍລົງກໍ່ຕາມ, ແຕ່ໃນລະດູແລ້ງ 2024-2025, ບັນດາກອງທ້ອນໂຮມອັດຖິຂອງຫວຽດນາມ ຊອກຫາ ແລະທ້ອນໂຮມໄດ້ 172 ອັດຖິ.
ສອງຝ່າຍຢັ້ງຢືນວ່າ, ຄະນະປະຕິບັດງານພິເສດຂອງລັດຖະບານ ແລະອຳນາດການປົກຄອງທຸກຂັ້ນຂອງສອງປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ແກ້ໄຂຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຊອກຫາ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກກັບຄືນປະເທດ; ສົມທົບກັນໃນວຽກງານຄຸ້ມຄອງອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ໃຫ້ເປັນຢ່າງດີ...
    |
 |
ທ່ານພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດຂອງລັດຖະບານລາວ ກ່າວຄໍາເຫັນທີ່ກອງປະຊຸມ ຄັ້ງທີ 30. ພາບ: vov.vn |
ກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຊີ້ນຳວຽກງານຊອກຫາ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ກັບຄືນປະເທດຈົນເຖິງບໍ່ມີຂໍ້ມູນກ່ຽວກັບສະຖານທີ່ຝັງສົບທະຫານອາສາສະໝັກທີ່ເສຍສະຫຼະຊີວິດ; ຊີ້ນຳອົງການທີ່ກ່ຽວຂ້ອງຂອງສອງຝ່າຍຕັ້ງໜ້າເປັນເສນາທິການ, ສະເໜີເນື້ອໃນ, ມາດຕະການຍູ້ແຮງວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ຕັ້ງໜ້າໂຄສະນາເຜີຍແຜ່ກ່ຽວກັບນໍ້າໃຈສາມັກຄີ, ການຮ່ວມສໍາພັນສູ້ຮົບຂອງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ, ປະກອບສ່ວນເສີມສ້າງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ຫວຽດນາມ-ລາວ.
    |
 |
ສອງຝ່າຍລົງນາມທິດທາງຮ່ວມມື ໄລຍະ 2025-2026. ພາບ: ຫາຍຕ໊ຽນ. |
ໃນລະດູແລ້ງ 2025-2026, ສອງຝ່າຍເຫັນດີຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຍູ້ແຮງວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນສອງປະເທດສະໜອງຂໍ້ມູນກ່ຽວກັບທະຫານອາສາສະໝັກ, ຂຸມຝັງສົບ. ອົງການທີ່ກ່ຽວຂ້ອງຂອງສອງຝ່າຍຈະເພີ່ມທະວີການແລກປ່ຽນ, ຖອດຖອນບົດຮຽນ, ກວດກາ, ຕີລາຄາໝາກຜົນ, ຍ້ອງຍໍຊົມເຊີຍບັນດາອົງການ, ບຸກຄົນທີ່ມີຜົນງານດີເດັ່ນຢ່າງທັນການ.
ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມ ແລະມອບເງິນໜູນຊ່ວຍປີ 2025 ຂອງລັດຖະບານຫວຽດນາມ ໃຫ້ແກ່ຄະນະປະຕິບັດງານພິເສດຂອງລັດຖະບານ ແລະບັນດາທ້ອງຖິ່ນຂອງລາວ.
ໂດຍ: ໄຊຊະນະ