ຫວຽດນາມ - ລາວ ຮ່ວມມືພັດທະນາວິທະຍາສາດເຕັກໂນໂລຊີ
ກປ.ອອນໄລ - ກອງທຶນພັດທະນາວິທະຍາສາດ ແລະເຕັກໂນໂລຊີແຫ່ງຊາດຫວຽດນາມ (NAFOSTED) ແລະກອງທຶນພັດທະນາວິທະຍາສາດ ແລະເຕັກໂນໂລຊີ ລາວ (FOSTED) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ເຊິ່ງຈັດຂຶ້ນໃນຕອນບ່າຍຂອງວັນທີ 4 ກໍລະກົດ.
ບົດບັນທຶກຄວາມເຂົ້າໃຈ ເພື່ອແນໃສ່ເພີ່ມທະວີການຮ່ວມມືສອງຝ່າຍໃນການອຸປະຖໍາຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳ. ເນື້ອໃນການຮ່ວມມື, ລວມມີ: ການບໍາລຸງສ້າງ, ຍົກສູງກໍາລັງຄວາມສາມາດໃຫ້ພະນັກງານຄົ້ນຄວ້າ, ຄຸ້ມຄອງວິທະຍາສາດ, ກໍ່ສ້າງ ແລະຜັນຂະຫຍາຍປະຕິບັດບັນດາໂຄງການອຸປະຖໍາ, ໜູນຊ່ວຍການພັດທະນາວິທະຍາສາດ ແລະເຕັກໂນໂລຊີ.
    |
 |
ກອງທຶນພັດທະນາວິທະຍາສາດ ແລະເຕັກໂນໂລຊີແຫ່ງຊາດຫວຽດນາມ ແລະກອງທຶນພັດທະນາວິທະຍາສາດ ແລະເຕັກໂນໂລຊີ ລາວ ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ເຊິ່ງຈັດຂຶ້ນໃນຕອນບ່າຍຂອງວັນທີ 4 ກໍລະກົດ. ພາບ: vnexpress.net |
ຕາມທ່ານ ບຸ່ຍເທ໊ຢຸຍ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ, ນີ້ແມ່ນເຫດການສຳຄັນ, ເປັນຂີດໝາຍໃໝ່ໃນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຊີລະຫວ່າງສອງປະເທດ ຫວຽດນາມ - ລາວ. ພ້ອມທັງໃຫ້ຮູ້ວ່າ ບົດບັນທຶກຄວາມເຂົ້າໃຈ ຈະແມ່ນພື້ນຖານດ້ານນິຕິກໍາໃຫ້ແກ່ການເປີດກວ້າງບັນດາຮູບແບບຮ່ວມມືລະອຽດລະຫວ່າງສອງປະເທດ. ໃນນັ້ນມີການກໍ່ສ້າງລະບົບການຄຸ້ມຄອງອອນລາຍສໍາລັບໂຄງການອຸປະຖໍາ, ພ້ອມກັບການຮ່ວມມືໃນການບໍາລຸງສ້າງ ພະນັກງານຄົ້ນຄວ້າ ແລະຄຸ້ມຄອງວິທະຍາສາດ.
ທ່ານ ບຸ່ຍເທ໊ຢຸຍ ໃຫ້ຮູ້ຕື່ມອີກວ່າ “ຜ່ານການຮ່ວມມືລະຫວ່າງ NAFOSTED ແລະFOSTED, ປະຊາຄົມວິທະຍາສາດຂອງສອງປະເທດ ຈະມີໂອກາດເຂົ້າເຖິງ, ແບ່ງປັນຄວາມຮູ້ ແລະພ້ອມກັນສ້າງຄຸນຄ່າວິທະຍາສາດ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ”.
ທີ່ພິທີລົງນາມ, ທ່ານ ສໍາລານ ພັນທະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ, ຮອງປະທານ FOSTED ໄດ້ຂອບໃຈບັນດາການໜູນເຫຼືອອັນຍາວນານຂອງກະຊວງວິທະຍາສາດ ແລະເຕັກໂນໂລຊີ ຫວຽດນາມ.
ທ່ານ ສໍາລານ ພັນທະວົງ ສະເໜີ ຫວຽດນາມ ແບ່ງປັນບົດຮຽນປະສົບການ ແລະໜູນຊ່ວຍລາວ ໃນການຄຸ້ມຄອງ, ຊຸກຍູ້ການຄົ້ນຄວ້າ ແລະຖ່າຍທອດບັນດາໝາກຜົນໃຫ້ແກ່ວິສາຫະກິດ, ພ້ອມກັບການທົດສອບບັນດາລະບຽບກົດໝາຍທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງກອງທຶນພັດທະນາວິທະຍາສາດ ແລະເຕັກໂນໂລຊີ. ນອກຈາກນີ້, ລາວ ກໍຫວັງວ່າ ຫວຽດນາມ ຈະໜູນຊ່ວຍດ້ານຊອບແວ ແລະເຄັດລັບການຄຸ້ມຄອງທີ່ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ພວມນຳໃຊ້.
ໂດຍ: ກວຽດເຕິມ