leftcenterrightdel
ທ່ານປະທານາທິບໍດີອາເມລິກາ Donald Trump  ແລະທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu. ພາບ:  IRNA/ສໍານັກຂ່າວສານຫວຽດນາມ

ວັນທີ 8 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu, ໃນສະພາບການທ່ານ Trump ເພີ່ມທະວີກຳລັງກົດດັນບັງຄັບການນຳ ອິດສະຣາແອັນ ບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ຢຸດຕິວິກິດການທີ່ກ່ຽວຂ້ອງເຖິງການປະທະກັນຢູ່ເຂດ ກາຊາ. ນີ້ແມ່ນການພົບປະຄັ້ງທີ 2 ລະຫວ່າງການນຳສອງທ່ານພາຍໃນ 24 ຊົ່ວໂມງຜ່ານມາ.

ເມື່ອກ່າວຄຳເຫັນກັບວົງການນັກຂ່າວກ່ຽວກັບການພົບປະກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu, ວັນທີ 8 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ເອີ້ນສະພາບການຢູ່ເຂດ ກາຊາ ແມ່ນວິນາດຊະກຳ, ພ້ອມທັງຢັ້ງຢືນວ່າ ທ່ານເອງ ແລະທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ລ້ວນແຕ່ບັນລຸໄດ້ມາດຕະການອັນໜຶ່ງ.

ໃນຂະນະນັ້ນ, ທູດພິເສດຂອງທ່ານປະທານາທິບໍດີ Trump ຢູ່ ຕາເວັນອອກກາງ Steve Witkoff  ຫວັງວ່າ ອາດຈະບັນລຸໄດ້ຂໍ້ຕົກລົງໃນຊຸມວັນຈະມາເຖິງ, ອາດຈະແມ່ນທ້າຍອາທິດນີ້. ຕາມທ່ານແລ້ວ, ຂໍ້ຕົກລົງຈະລວມທັງການປ່ອຍຕົວປະກັນ 10 ຄົນ ໂດຍບັນດາກຸ່ມປະກອບອາວຸດ ປາແລັດສະຕິນ ກັກຂັງແຕ່ເດືອນຕຸລາ 2023 ພ້ອມດ້ວຍຊາກສົບຂອງຕົວປະກັນ 9 ຄົນອື່ນ.

ແຫຼ່ງຄັດຈາກ: vovworld.vn