leftcenterrightdel
ທ່ານ Jaya Ratnam ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ເຫດການ. ພາບ: qdnd.vn

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນອວຍພອນ. ພາບ: qdnd.vn

ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈໍາ ຫວຽດນາມ ເນັ້ນໜັກເຖິງຄວາມໝາຍຂອງເຫດການທີ່ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານນາຍົກລັດຖະມົນຕີ Lawrence Wong ໄດ້ຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (CSP) ໃນຕົ້ນປີນີ້; ພ້ອມທັງໃຫ້ຮູ້ວ່າ ນີ້ແມ່ນ CSP ທຳອິດຂອງສິງກະໂປ ກັບປະເທດໜຶ່ງໃນອາຊຽນ ແລະແມ່ນ 1 ໃນ 3 CSP ຂອງສິງກະໂປ ກັບບັນດາປະເທດໃນທົ່ວໂລກ, ສະແດງໃຫ້ເຫັນການຖືເປັນສໍາຄັນການພົວພັນສອງຝ່າຍທີ່ສອງປະເທດ ໄດ້ສະຫງວນໃຫ້ກັນ. ຕາມທ່ານ Jaya Ratnam, ການພົວພັນສອງຝ່າຍໄດ້ຮັບການກໍ່ສ້າງຢ່າງໜັກແໜ້ນບົນຫຼັກການຫຼັກແມ່ນການເຄົາລົບນັບຖື ແລະສະໜັບສະໜູນນເຊິ່ງກັນແລະກັນ. ການນຳຮຸ່ນຕ່າງໆຂອງສອງປະເທດ ສືບຕໍ່ເພີ່ມພູນຄູນສ້າງການພົວພັນ ແລະສ້າງຄວາມໄວ້ເນື້ອເຊື່ອໃຈຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະການພົບປະແລກປ່ຽນປະຊາຊົນ.

leftcenterrightdel
ທ່ານ Jaya Ratnam ແລະທ່ານພົນໂທ ຮວ່າງຊວນຈ໊ຽນ ຖ່າຍຮູບເປັນທີ່ລະນຶກກັບແຂກຖືກເຊີນ ເຂົ້າຮ່ວມເຫດການ. ພາບ: qdnd.vn

ຕາງໜ້າການນໍາກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສົ່ງຄໍາອວຍພອນເຖິງນາຍ ແລະພົນທະຫານ, ນັກຮົບກໍາລັງປະກອບອາວຸດ ສິງກະໂປ ທຸກຖ້ວນໜ້າ, ພ້ອມທັງເນັ້ນໜັກວ່າ ໃນໄລຍະ 50 ປີຜ່ານມາ ນັບແຕ່ສ້າງຕັ້ງການພົວພັນທາງການທູດ (ເດືອນສິງຫາ ປີ 1973), ການພົວພັນສອງຝ່າຍ ຫວຽດນາມ - ສິງກະໂປ ນັບມື້ນັບພັດທະນາອັນດີງາມ, ແທດຈິງ ແລະມີປະສິດທິຜົນ. ສອງປະເທດ ມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະຜົນປະໂຫຍດຍຸດທະສາດລວມ; ພ້ອມກັບຄວາມຄາດຫວັງຢາກບືນຕົວຂຶ້ນ ແລະປາດຖະໜາຢາກມີສັນຕິພາບ, ສະຖຽນລະພາບ ແລະການພັດທະນາຈະເລີນຮຸ່ງເຮືອງ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເຊື່ອໝັ້ນວ່າ, ບົນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ດ້ວຍເຈດຕະນາດີ ແລະຄວາມມານະພະຍາຍາມຂອງສອງຝ່າຍ, ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະສິງກະໂປ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບແທດຈິງ ແລະມີປະສິດທິຜົນ.

ທ່ານພັນເອກ Low Teck Loong Manu, ທີ່ປຶກສາທູດປ້ອງກັນຊາດ ສິງກະໂປ ປະຈໍາຫວຽດນາມ ກ່າວຄໍາເຫັນ ໂດຍ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືຢູ່ຫວຽດນາມ ເພື່ອແນໃສ່ເປີດກວ້າງການພົວພັນຮ່ວມມືລະຫວ່າງ ສິງກະໂປ ແລະຫວຽດນາມ ກວ່າອີກ.

ໂດຍ: ໄຊຊະນະ