ວັນທີ 7 ກໍລະກົດ, ປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ປະເທດນີ້ ຈະສົ່ງການຊ່ວຍເຫລືອອາວຸດເພີ່ມເຕີມໃຫ້ແກ່ ຢູແກຼນ. ຕອບສຳພາດນັກຂ່າວຢູ່ທຳນຽບຂາວ, ທ່ານ Donal Trump ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການສູ້ຮົບຢູ່ ຢູແກຼນ ແລະໃຫ້ຮູ້ວ່າ: ອາເມລິກາ ຈະສົ່ງອາວຸດໄປຕື່ມອີກສ່ວນຫລາຍແມ່ນອາວຸດປ້ອງກັນຕົວ.

leftcenterrightdel
ປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແຫນ່ງ ຢູແກຼນ ຢູ່ ໂຮນລັງ ໃນວັນທີ  25/6. ພາບ: Ukrainian Presidential Press Service/Handout via REUTERS

ອາທິດແລ້ວນີ້, ທຳນຽບຂາວ ປະກາດຈະຢຸດຕິຊົ່ວຄາວການມອບສົ່ງງວດຊ່ວຍເຫລືອອາວຸດທີ່ສຳຄັນໃຫ້ແກ່ ຢູແກຼນ ຊື່ງອຳນາດການປົກຄອງສະໄຫມທ່ານປະທານາທິບໍດີ Joe Biden ໃຫ້ຄຳໝັ້ນສັນຍາ. ເຖິງຢ່າງໃດກໍຕາມນັບແຕ່ເມື່ອຮັບດຳລົງຕຳແຫນ່ງ ໃນເດືອນ ມັງກອນຜ່ານມາ, ທ່ານປະທານາທິບໍດີ Donal Trump ຍັງບໍ່ທັນປະກາດບ້ວງຫນູນຊ່ວຍການທະຫານໃດໃຫ້ແກ່ ກີແອບ ເວັ້ນເສຍແຕ່ຄຳຖະແຫລງຫລ້າສຸດທີ່ໄດ້ຍົກອອກມາແຕ່ບໍ່ມີຕົວເລກ ແລະລາຍລະອຽດໃດໆ.

ແຫຼ່ງຄັດຈາກ: vovworld.vn