leftcenterrightdel
ທ່ານອະດີດປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເຂົ້າສານໃນວັນທີ 9 ກໍລະກົດ 2025. ພາບ: REUTERS/Kim Hong-Ji/Pool.

ຜູ້ພິພາກສາຂັ້ນສູງສານສູນກາງ ເຊີອູນ, ທ່ານ Nam Se Jin ໄດ້ຈັດອອກຄຳສັ່ງຈັບຕົວທ່ານ Yoon Suk Yeol ຕາມຄຳຮຽກຮ້ອງຂອງທ່ານ Cho Eun Suk ໄອຍະການພິເສດຍ້ອນມີຄວາມວິຕົກກັງວົນວ່າ ອະດີດປະທານາທິບໍດີ ອາດຈະທຳລາຍຫຼັກຖານ. ທ່ານ Yoon Suk Yeol ຖືກສົ່ງໄປຍັງສູນກັກຂັງ Uiwang, ທາງທິດໃຕ້ນະຄອນຫຼວງ, ເພື່ອລໍຖ້າຄຳຕັດສິນຂອງສານ. ທ່ານອະດີດປະທານາທິບໍດີ Yoon Suk Yeol ປະເຊີນກັບ 5 ຄຳກ່າວຫາຕົ້ນຕໍ, ເຊິ່ງໃນນັ້ນມີຄຳກ່າວຫາລະເມີດກົດໝາຍຍ້ອນພຽງແຕ່ຮຽກໂຮມສະມາຊິກຄະນະລັດຖະບານຈຳນວນໜຶ່ງເຂົ້າຮ່ວມກອງປະຊຸມກ່ອນປະກາດກົດໄອຍະການເສິກ ໃນວັນທີ 3 ທັນວາ 2024.

ແຫຼ່ງຄັດຈາກ: vovworld.vn