ວັນທີ 7 ກໍລະກົດ, ທ່ານ Israel Katz, ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອນ ມີຄວາມເຊື່ອໝັ້ນຕໍ່ອະນາຄົດອັນດີງາມ ກ່ຽວກັບຄຳສ່ັງຢຸດຍິງທີ່ແກ່ຍາວຢ່າງຫນ້ອຍສຸດ 60 ວັນ ຈະບັນລຸໄດ້ໂດຍໄວກັບ ຂະບວນການ ອິດສະລາມ ຮາມາດ.

leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອນ  Israel Katz. (ພາບ: REUTERS/Ronen Zvulun)

ເປັນຄັ້ງທຳອິດທີ່ທ່ານເຜີຍໃຫ້ຮູ້ລະອຽດກວ່າກ່ຽວກັບແຜນການຂອງ ອິດສະຣາແອນ ສຳລັບໄລຍະຫລັງການສູ້ຮົບຢູ່ເຂດ ກາຊາ ເຖິງວ່າ ມີບາງຈຸດຍັງບໍ່ທັນຈະແຈ້ງເທື່ອ. ກ່ຽວກັບຄຳສັ່ງຢຸດຍິງໄລຍະຈະມາເຖິງ, ທ່ານ Katz ໃຫ້ຮູ້ວ່າ: ບັນດາຝ່າຍສ່ວນຫລາຍເຫັນດີ ໂດຍຖືວ່າ ຮາມາດ ຈະປ່ອຍຕົວປະກັນທີ່ຍັງມີຊີວິດຢູ່ 10 ຄົນ ແລະມອບສົ່ງເຄິ່ງຫນຶ່ງຈຳນວນຊາກສົບຕົວປະກັນຖືກເສຍຊີວິດ; ທ່ານ ກໍ່ເວົ້າວ່າ ໄດ້ມີຄວາມເຫັນດີເຫັນພ້ອມໂດຍພື້ນຖານກ່ຽວກັບເລື່ອງກຳລັງປ້ອງກັນຕົວ ອິດສະຣາແອນ(IDF) ຈະຖອນຕົວເປັນສ່ວນໃຫຍ່ແມ່ນ 75% ເນື້ອທ່ີຢູ່ເຂດ ກາຊາ ຊຶ່ງເຂົາເຈົ້າໄດ້ຄວບຄຸມແຕ່ເດືອນມິນາ.

ຈຸດທີ່ເປັນຫນ້າສົນໃຈນັ້ນແມ່ນ ທ່ານ Katz ເຜີຍໃຫ້ຮູ້ວ່າແຜນການກໍ່ສ້າງເຂດມະນຸດສະທຳໃຫມ່ ຢູ່ Rafah  ສາມາດໃຫ້ຊາວ ປາແລດສະຕິນ ຢ່າງຫນ້ອຍສຸດ 600.000 ຄົນດຳລົງຊີວິດ. ນີ້ຈະແມ່ນເຂດທີ່ບໍ່ມີການປະຈຳຂອງ ຮາມາດ.  ທ່ານ Katz ໃຫ້ຮູ້ວ່າ: ໃນອະນາຄົດ ເຂດກາຊາ ອາດຈະມີພັນທະມິດສາກົນ ແລະ ພາກພື້ນ ບໍລິຫານ ລວມມີ ອີຢີບ, ອາຣັບບີ ຊາອຸດິ, ສະຫະລັດ ອາຣັບ ເອມມີເລດ, ຈໍແດນ, ອາເມລິກາ ແລະ ບາງປະເທດອື່ນ ແຕ່ບໍ່ມີອຳນາດການປົກຄອງ ປາແລດສະຕິນ.

ແຫຼ່ງ: vovworld.vn