leftcenterrightdel
ທ່ານ ຫງວຽນຈີຢຸ້ງ ຮອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຢ້ຽມຂ່ຳນັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: chinhphu.vn

ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 9 ກໍລະກົດ, ທ່ານ ຫງວຽນຈີຢຸ້ງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.

ທີ່ການພົບປະ, ການນຳຂັ້ນສູງຂອງລາວ ໄດ້ຊົມເຊີຍ ແລະຕີລາຄາສູງເລື່ອງ ທ່ານ ຫງວຽນຈີຢຸ້ງ ຮອງນາຍົກລັດຖະມົນຕີ ນຳໜ້າຄະນະຜູ້ແທນລັດຖະບານຫວຽດນາມ ໄປຢ້ຽມຢາມລາວ ຢ່າງເປັນທາງການ; ຊົມເຊີຍ ທ່ານ ຫງວຽນຈີຢຸ້ງ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ ແລະສະພາແຫ່ງຊາດຫວຽດນາມ ແລະໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ; ຊົມເຊີຍຜົນງານດີເດັ່ນທີ່ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ; ພ້ອມທັງຢືນຢັນວ່າ ພັກ, ລັດ ລາວ ຍາມໃດກໍ່ຖືເປັນສຳຄັນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ.

leftcenterrightdel
ທ່ານ ຫງວຽນຈີ້ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: chinhphu.vn

ທ່ານ ຫງວຽນຈີຢຸ້ງ ໄດ້ລາຍງານຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ແລະນາຍົກລັດຖະມົນຕີລາວ ກ່ຽວກັບຜົນການພົບປະເຈລະຈາກັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລາວ, ຕາມນັ້ນແລ້ວ ສອງຝ່າຍໄດ້ຕີລາຄາຜົນການຮ່ວມມືໃນ 6 ເດືອນຕົ້ນປີ 2025 ໂດຍພື້ນຖານບັນລຸເປົ້າໝາຍທີ່ໄດ້ວາງອອກດ້ວຍ 6 ຈຸດພົ້ນເດັ່ນ, ຄຽງຂ້າງນັ້ນຍັງມີຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຈຳນວນໜຶ່ງ ແລະໄດ້ເຫັນດີເປັນເອກະພາບສຸມໃສ່ 8 ໜ້າທີ່ຈຸດສຸມແຕ່ນີ້ຮອດທ້າຍປີ 2025, ໃນນັ້ນຊຸກຍູ້ການສ້າງສຳເລັດ ແລະມອບ 5 ໂຄງການຈຸດສຸມໃຫ້ແກ່ລາວ, ສືບຕໍ່ຜັນຂະຫຍາຍ 10 ກຸ່ມໜ້າທີ່/ໂຄງການອື່ນໆ.

leftcenterrightdel
ທ່ານ ຫງວຽນຈີ້ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ພົບປະເຈລະຈາກັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລາວ. ພາບ: chinhphu.vn

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ປາດຖະໜາຢາກວ່າ ການນຳຂັ້ນສູງຂອງລາວ ຈະສືບຕໍ່ເອົາໃຈໃສ່ຊີ້ນຳບັນດາອົງການຂອງລາວ ສົມທົບກັບຫວຽດນາມ ເພື່ອແນໃສ່ສຸມໃສ່ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ; ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ; ນໍາການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເລິກເຊິ່ງກວ່າ; ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ; ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ.

ໂດຍ: ຈາງຫງວຽນ