leftcenterrightdel
ຄະນະຜູ້ແທນຖະຫວາຍດອກໄມ້ອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ກິມລຽນ. ພາບ: nghean.gov.vn

ຄະນະ ໄດ້ສະແດງຄວາມເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ປະທານ ໂຮ່ຈີມິນ, ນັກເຄື່ອນໄຫວທີ່ດີເດັ່ນຂອງຂະບວນການກອມມູນິດ ແລະກໍາມະກອນສາກົນ. ເພິ່ນ ໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ພາລະກິດປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ, ຕໍ່ສູ້ໃຫ້ແກ່ສັນຕິພາບ ແລະຄວາມຜາສຸກຂອງປະຊາຊົນຫວຽດນາມ ແລະປະຊາຊົນໂລກ.

leftcenterrightdel
ສະຫາຍນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ. ພາບ: nghean.gov.vn

ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໄດ້ພັດທະນາຈາກການພົວພັນທີ່ເປັນມູນເຊື້ອໂດຍ ປະທານ ໂຮ່ຈີມິນ, ປະທານ ສຸພານຸວົງ, ປະທານ ໄກສອນ ພົມວິຫານ ແລະການນຳປະຕິວັດຂອງສອງປະເທດ ໄດ້ກໍ່ຕັ້ງ, ເພີ່ມພູນຄູນສ້າງ, ການນໍາ, ນັກຮົບປະຕິວັດຮຸ່ນຕ່າງໆ ແລະປະຊາຊົນສອງປະເທດພັດທະນາກາຍເປັນການພົວພັນທີ່ບໍລິສຸດຜຸດຜ່ອງ, ໃສແຈ້ງ, ພິເສດ, ເປັນແບບຢ່າງ, ຫາຍາກ, ເປັນຊັບສິນອັນລ້ຳຄ່າຂອງປະຊາຊົນສອງປະເທດ. ປະທານໂຮ່ຈິມິນ ໄດ້ຢັ້ງຢືນ: “ສອງຊາດ ລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າ ທັງແມ່ຂອງ ບໍ່ເລິກປຸນປານໄດ້”.

leftcenterrightdel
ຜູ້ແທນອາໄລຫາປະທານ ໂຮ່ຈີມິນ. ພາບ: nghean.gov.vn

ປະທານ ໄກສອນ ພົມວິຫານ ກໍຢືນຢັນວ່າ: “ໃນປະຫວັດສາດການປະຕິວັດໂລກ, ໄດ້ມີແບບຢ່າງອັນໃສແຈ້ງກ່ຽວກັບນ້ຳໃຈສາກົນກຳມະຊີບ, ແຕ່ບໍ່ມີບ່ອນໃດ ແລະບໍ່ເຄີຍມີເວລາໃດ ທີ່ມີຄວາມສາມັກຄີຮ່ວມສໍາພັນສູ້ຮົບພິເສດ, ຍາວນານ ແລະຮອບດ້ານຄືແບບນັ້ນ”; “ພູອາດຈະເຊາະເຈື່ອນ, ແມ່ນໍ້າອາດຈະບົກແຫ້ງ, ແຕ່ສາຍໃຈ ລາວ-ຫວຽດນາມ ຈະໝັ້ນຄົງຂະໜົງ ແກ່ນຍິ່ງກວ່າພູເຂົາ, ຍິ່ງກວ່າແມ່ນ້ຳ”.

ພິເສດແມ່ນນັບແຕ່ສອງປະເທດ ປະຕິບັດພາລະກິດປ່ຽນແປງໃໝ່ ດ້ວຍຄວາມຫຍຸ້ງຍາກລໍາບາກ ແລະສິ່ງທ້າທາຍນາໆປະການ, ແຕ່ດ້ວຍມູນເຊື້ອອັນດີງາມຂອງ “ການພົວພັນພິເສດ” ແລະພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດ ລາວ, ການພົວພັນລະຫວ່າງສອງປະເທດ ນັບມື້ນັບໄດ້ຮັບການເພີ່ມທະວີ, ເປີດກວ້າງ ແລະຍາດໄດ້ໄຊຊະນະຢ່າງໃຫຍ່ຫຼວງ.

ໂດຍ: ໄຊຊະນະ