leftcenterrightdel
ສະກຸນເງິນເອີໂຣ ແລະ ທຸງຊາດ ບຸນກາຣີ. ພາບ: euractiv.com

ວັນທີ 8 ກໍລະກົດ, ລັດຖະມົນຕີການເງິນບັນດາປະເທດສະມາຊິກ ສະຫະພາບເອີຣົບ (EU)  ໄດ້ “ເປີດໄຟຂຽວ” ເພື່ອໃຫ້ ບຸນກາຣີ ນຳໃຊ້ສະກຸນເງິນ ເອີໂຣ ຢ່າງເປັນທາງການແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ. ເຫດການນີ້ໄດ້ສ້າງຂີດໝາຍບາດກ້າວສຸດທ້າຍ ເພື່ອໃຫ້ ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດນຳໃຊ້ສະກຸນເງິນລວມ ເອີຣົບ (Eurozone).

ການຕົກລົງຄັ້ງປະຫວັດສາດນີ້ໄດ້ຮັບປະຕິກິລິຍາອັນຕັ້ງໜ້າຈາກບັນດາການນຳຂອງ ບຸນກາຣີ.

ເມື່ອກ່າວຄຳເຫັນໃຫ້ສັດຕະຍາບັນຂໍ້ຕົກລົງເປີດທາງໃຫ້ ບຸນກາຣີ ເຂົ້າຮ່ວມ Eurozone, ທ່ານ Valdis Dombrovskis ກຳມະການຮັບຜິດຊອບດ້ານເສດຖະກິດຂອງ EU ໄດ້ເນັ້ນໜັກວ່າ ການເຂົ້າຮ່ວມ Eurozone ເພື່ອແນໃສ່ສ້າງອະນາຄົດທີ່ວັດທະນາຖາວອນກວ່າໃຫ້ແກ່ ບຸນກາຣີ, ໄດ້ເປີດບັນດາກາລະໂອກາດຮ່ວມມືລົງທຶນ, ສ້າງວຽກເຮັດງານທຳ ແລະການເຕີບໂຕເສດຖະກິດໃຫ້ແກ່ບັນດາປະເທດ ເອີຣົບ ຕາເວັນອອກນີ້.

ແຫຼ່ງຄັດຈາກ: vovworld.vn