leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Marco Rubio ເດີນທາງມາຮອດຖານທີ່ໝັ້ນກອງທັບອາກາດ   Subang, ໃກ້ ກົວລາລຳເປີ. ພາບ: Mandel Ngan/Pool via REUTERS

ວັນທີ 10 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໄດ້ເດີນທາງໄປຍັງ ກົວລາລຳເປີ, ມາເລເຊຍ ເພື່ອພົບປະກັບລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ (AMM) ຄັ້ງທີ 58 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງ ພວມດຳເນີນຢູ່ປະເທດນີ້.

ນີ້ແມ່ນການປະຕິບັດງານອາຊີ ຄັ້ງທຳອິດຂອງທ່ານ Marco Rubio ນັບແຕ່ເມື່ອຮັບດຳລົງຕຳແໜ່ງ. ເຖິງຢ່າງໃດກໍຕາມ, ການປະຕິບັດງານຖືກປົກຄຸມໄປດ້ວຍນະໂຍບາຍພາສີອາກອນທົ່ວໂລກຂອງທ່ານປະທານາທິບໍດີ ອາເມລິກາ Donald Trump.

ຕາມແຫຼ່ງຂ່າວການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ ທ່ານ Marco Rubio ຈະຊອກຫາວິທີແກ້ໄຂບັນດາຄວາມວິຕົກກັງວົນຂອງບັນດາຄູ່ຮ່ວມມື ແລະພັນທະມິດໃນບັນຫາພາສີອາກອນ, ພ້ອມທັງປຶກສາຫາລືກັບບັບດາຄູ່ຮ່ວມມືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ, ການຕ້ານອາດຊະຍາກຳຂ້າມຊາດ, ຢາເສບຕິດ, ບັນດາສູນຫຼອກລວງ ແລະການຄ້າມະນຸດ.

ແຫຼ່ງຄັດຈາກ: vovworld.vn