leftcenterrightdel
ທຸງສະຫະພາບເອີຣົບຢູ່ຄະນະກຳມະການເອີຣົບ ທີ່ບຣຸກແຊນ, ແບນຊິກ. ພາບ: REUTERS/Yves Herman

EU ໃຫ້ຮູ້ວ່າ ແຜນການກັກຕຸນດັ່ງກ່າວແມ່ນເພື່ອແນໃສ່ຮັບປະກັນລັກສະນະຕໍ່ເນື່ອງຂອງບັນດາປະເພດເຄື່ອງຂອງຫຼັກແຫຼ່ງ ເມື່ອເກີດວິກິດການ, ເຊັ່ນ: ໄຟດັບໃນວົງກວ້າງ, ໄພພິບັດທຳມະຊາດ, ການປະທະກັນ ຫຼື ໂລກລະບາດ. ແຜນການດັ່ງກ່າວລວມມີການສ້າງເຄືອຂ່າຍລະຫວ່າງບັນດາປະເທດ ເພື່ອແນໃສ່ປະສານສົມທົບບັນດາສາງກັກຕຸນ ໄດ້ເປັນຢ່າງດີກວ່າ ຜ່ານນັ້ນກໍເພີ່ມທະວີກຳລັງຄວາມສາມາດໃນການເກັບກັກຕຸນໃນລະດັບທົ່ວເອີຣົບ.

ກ່ອນໜ້ານັ້ນ, ເມື່ອເດືອນມີນາ, ອີຢູ ໄດ້ແຈ້ງເຕືອນວ່າ  ແຕ່ລະຄອບຄົວຄວນມີ “ກ່ອງຄົງຊີບ” ພຽງພໍໃນເວລາ 3 ວັນ, ລວມມີ, ນ້ຳ, ສະບຽງອາຫານ ແລະໄຟສາຍ ເພື່ອນຳໃຊ້ໃນກໍລະນີສຸກເສີນ.

ແຫຼ່ງຄັດຈາກ: vovworld.vn