ອີຢູ ຮັກສາຄວາມກົດດັນຕໍ່ ລັດເຊຍ ຜ່ານບັນດາບ້ວງລົງໂທດ
ຄະນະກຳມະການ ເອີຣົບ ມີແຜນການຮັກສາຄວາມກົດດັນລົງໂທດສຳລັບ ລັດເຊຍ ດ້ວຍການກະກຽມບ້ວງລົງໂທດທີ 18 ພາຍຫຼັງຮັບຮອງເອົາບ້ວງລົງໂທດທີ 17.
ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມຂອງສະພາເສດຖະກິດ ແລະການເງິນ ອີຢູ ຢູ່ ບຣຸກແຊັນ, ແບນຊິກ, ທ່ານຮອງປະທານຄະນະກຳມະການເອີຣົບ ແລະກຳມະການເສດຖະກິດ ເອີຣົບ, Valdis Dombrovskis ໃຫ້ຮູ້ວ່າ: ຄະນະກຳມະການ ເອີຣົບ ມີແຜນການຮັກສາຄວາມກົດດັນລົງໂທດສຳລັບ ລັດເຊຍ ດ້ວຍການກະກຽມບ້ວງລົງໂທດທີ 18 ພາຍຫຼັງຮັບຮອງເອົາບ້ວງລົງໂທດທີ 17.
    |
 |
ທ່ານຮອງປະທານຄະນະກຳມະການເອີຣົບ ແລະກຳມະການເສດຖະກິດ ເອີຣົບ, Valdis Dombrovskis. ພາບ:europarl.europa.eu |
ທ່ານ Dombrovskis ຢັ້ງຢືນວ່າ ອີຢູ ພ້ອມແລ້ວທີ່ຈະສືບຕໍ່ກໍ່ກຳລັງດັນຕໍ່ ລັດເຊຍ ຜ່ານບັນດາຄຳສັ່ງລົງໂທດເພີ່ມເຕີມ ເພື່ອເຮັດໃຫ້ພື້ນຖານເສດຖະກິດຂອງປະເທດນີ້ຖືກຊຸດໂຊມລົງ. ກ່ຽວກັບບັນດາຂົງເຂດທີ່ມີຄວາມສາມາດເພີ່ມທະວີຄຳສັ່ງລົງໂທດ, ທ່ານ Dombrovskis ໃສ່ໃຈວ່າ ແຫຼ່ງລາຍຮັບຕົ້ນຕໍຂອງ ລັດເຊຍ ແມ່ນການສົ່ງອອກເຊື້ອເພີງຟອກຊິວ, ດັ່ງນັ້ນຄຳສັ່ງລົງໂທດໃໝ່ອາດຈະສືບຕໍ່ເລັ່ງໃສ່ຂົງເຂດພະລັງງານຂອງ ລັດເຊຍ.
ກ່ອນໜ້ານັ້ນ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອີຢູ ໄດ້ປຶກສາຫາລືກ່ຽວກັບບ້ວງລົງໂທດທີ 17 ສຳລັບ ລັດເຊຍ, ຄາດວ່າ ລວມມີບັນດາມາດຕະການ ແນໃສ່ຂົງເຂດອຸດສາຫະກຳ - ການທະຫານ, ກອງເຮືອຮົບຂົນສົ່ງສິນຄ້າ ແລະ ບັນດາຕາໜ່າງໜູນຊ່ວຍທີ່ກ່ຽວຂ້ອງຂອງ ລັດເຊຍ.
ແຫຼ່ງຄັດຈາກ: vovworld.vn