ຢູແກຼນ ພ້ອມແລ້ວທີ່ຈະເຈລະຈາກັບ ລັດເຊຍ
ໃນບົດທີ່ໄດ້ເອົາລົງໃນສື່ສັງຄອມອອນໄລ X ເມື່ອຕອນຄໍ່າວັນທີ 11 ພຶດສະພາ, ທ່ານ Volodymir Zelensky ປະທານາທິບໍດີຢູແກຼນ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະພົບປະກັບທ່ານປະທານາທິບໍດີລັດເຊຍ Vladimir Putin ຢູ່ Istanbul (ຕວັກກີ) ໃນວັນທີ 15 ພຶດສະພາ ຈະມາເຖິງ, ພ້ອມທັງຮຽກຮ້ອງຄຳສັ່ງຢຸດຍິງຮອບດ້ານ ແລະຍາວນານ, ເລີ່ມແຕ່ວັນທີ 12 ພຶດສະພາ ເພື່ອສ້າງພື້ນຖານທີ່ຈຳເປັນໃຫ້ແກ່ການເຄື່ອນໄຫວທາງການທູດ.