ຕາມນັກຂ່າວຢູ່ລາວແລ້ວ, ໃນຊຸມວັນເດືອນພຶດສະພາປະຫວັດສາດ, ຊາວຫວຽດນາມ ທີ່ພວມຮ່ຳຮຽນ, ດຳລົງຊີວິດ ແລະເຮັດວຽກຢູ່ລາວ ເວົ້າລວມ ແລະແຂວງສະຫວັນນະເຂດ ເວົ້າສະເພາະ ໄດ້ພ້ອມກັນຈັດຕັ້ງ ແລະເຂົ້າຮ່ວມບັນດາການເຄື່ອນໄຫວລະນຶກ ແລະສະເຫຼີມສະຫຼອງວັນຄ້າຍວັນເກີດລຸງໂຮ່ ທີ່ແສນເຄົາລົບຮັກ (19-5-1890 / 19-5-2025).

leftcenterrightdel
ຄະນະຜູ້ແທນສະຖານກົງສູນໃຫຍ່ຫວຽດນາມ ປະຈຳພາກກາງລາວ ກົ້ມຫົວໄວ້ອາໄລ 1 ນາທີ ເພື່ອສະແດງຄວາມເຄົາລົບຢູ່ເຂດປູຊະນີຍະສະຖານປະຫວັດສາດປະທານ  ໂຮ່ຈີມິນ ຢູ່ສະຫວັນນະເຂດ. ພາບ: ສໍານັກຂ່າວສານຫວຽດນາມ

ເຂດປູຊະນີຍະສະຖານປະຫວັດສາດປະທານ  ໂຮ່ຈີມິນ ຢູ່ແຂວງສະຫວັນນະເຂດ ແມ່ນຕັ້ງຢູ່ແຄມແມ່ນ້ຳຂອງ. ຢູ່ແຫ່ງນີ້, ໃນເດືອນ ມິຖຸນາ 1929, ປະທານ ໂຮ່ຈີມິນ, ໃນຄາວນັ້ນ ໄດ້ໃສ່ນາມແຝງວ່າ ເຖົ້າຈີ໋ນ, ພວມເຄື່ອນໄຫວຢູ່ເຂດອີ່ສານຂອງໄທ, ໄດ້ອອກຈາກມຸກດາຫານ ຂ້າມແມ່ນ້ຳຂອງ ໄປຍັງເທດສະບານສະຫວັນນະເຂດ ເພື່ອສຳຫຼວດສະພາບການທາງດ້ານການເມືອງ, ເສດຖະກິດ-ສັງຄົມ ເພື່ອຮັບໃຊ້ການເຄື່ອນໄຫວປະຕິວັດປົດປ່ອຍຊາດຢູ່ສອງປະເທດ ຫວຽດນາມ ແລະລາວ.

ປະຈຸບັນ, ສະຖານທີ່ແຫ່ງນີ້ບໍ່ພຽງແຕ່ແມ່ນບ່ອນ ເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ມາຢ້ຽມຢາມ, ສຶກສາຮ່ຳຮຽນ ແລະຊອກຮູ້ກ່ຽວກັບການເຄື່ອນໄຫວປະຕິວັດຂອງລຸງໂຮ່ ເປັນຈໍານວນຫຼວງຫຼາຍເທົ່ານັ້ນ ຫາກຍັງແມ່ນຂອງທັງຊາວລາວ ແລະນັກທ່ອງທ່ຽວເມື່ອມາແຫ່ງນີ້ ອີກດ້ວຍ.

leftcenterrightdel
ນັກຮຽນໂຮງຮຽນມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ ວາງກະຕາດອກໄມ້ຢູ່ເຂດປູຊະນີຍະສະຖານປະຫວັດສາດປະທານ ໂຮ່ຈີມິນ ເນື່ອງໃນໂອກາດວັນຄ້າຍວັນເກີດລຸງໂຮ່ ຄົບຮອບ 135 ປີ. ພາບ: ສໍານັກຂ່າວສານຫວຽດນາມ

ໃນບັນຍາກາດຕອນເຊົ້າຂອງຊຸມວັນເດືອນພຶດສະພາ, ປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງສະຫວັນນະເຂດ ນໍາໂດຍທ່ານນາງ ດັ້ງທິຫາຍເຕິມ, ຫົວໜ້າກົງສູນໃຫຍ່ ໄດ້ຖະຫວາຍດອກໄມ້ທີ່ສົດໃສຕໍ່ລຸງໂຮ່; ພ້ອມທັງລາຍງານຕໍ່ລຸງໂຮ່ ເຖິງບັນດາຜົນງານໃນຊຸມປີຜ່ານມາ ຈາກນັ້ນສືບຕໍ່ເສີມຂະຫຍາຍມູນເຊື້ອສະໜິດຕິດພັນ, ສາມັກຄີແບບພິເສດກວ່າອີກ ເພື່ອສ້າງປະຊາຄົມທີ່ໝັ້ນຄົງເຂັ້ມແຂງ, ສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນການດຳລົງຊີວິດ, ສາມັກຄີຮັກສາສີສັນວັດທະນະທຳຂອງຊາດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຂອງສອງຊາດຫວຽດນາມ - ລາວ.

ໃນຄະນະຜູ້ແທນຄັ້ງນີ້ຍັງມີນັກຮຽນມາຈາກໂຮງຮຽນມັດທະຍົມຕອນປາຍມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ ເຂົ້າຮ່ວມ. ທຸກຄົນລ້ວນແຕ່ໝັ້ນໝາຍຕໍ່ ລຸງໂຮ່ ວ່າ ຈະມານະພະຍາຍາມຮ່ຳຮຽນ ແລະຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ ເພື່ອບໍ່ໃຫ້ເສຍຄວາມຫວັງລໍຄອຍຂອງຄອບຄົວ ແລະສັງຄົມ.

leftcenterrightdel
ນ້ອງ ຫວໍດ້າຍກຸຍ, ນັກຮຽນໂຮງຮຽນມັດທະຍົມຕອນປາຍມິດຕະພາບ ລາວ-ຫວຽດນາມ ແຂວງ ສະຫວັນນະເຂດ ແບ່ງປັນຄວາມຮູ້ສຶກເມື່ອມາຖວາຍດອກໄມ້ອາໄລຫາລຸງໂຮ່. ພາບ: ສໍານັກຂ່າວສານຫວຽດນາມ

ນ້ອງ ຫວໍດ້າຍກຸຍ, ນັກຮຽນໂຮງຮຽນມັດທະຍົມຕອນປາຍມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ນ້ອງຮູ້ສຶກເປັນກຽດ ແລະພາກພູມໃຈທີ່ສຸດເມື່ອໄດ້ມາສະຖານທີ່ແຫ່ງນີ້ ພ້ອມດ້ວຍຄູອາຈານ ແລະໝູ່ເພື່ອນເພື່ອມາຖະຫວາຍທູບທຽນອາໄລຫາລຸງໂຮ່. ນ້ອງກຸຍ ແບ່ງປັນວ່າ ເມື່ອມາທີ່ນີ້ ນ້ອງສາມາດເຂົ້າໃຈກ່ຽວກັບຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງລຸງໂຮ່ ຕື່ມອີກ ແລະນ້ອງຂໍໝັ້ນໝາຍວ່າ ຈະມານະພະຍາຍາມຮໍ່າຮຽນໃນອະນາຄົດສາມາດປະກອບສ່ວນເຫື່ອແຮງເລັກໆນ້ອຍໆຂອງຕົນ ເພື່ອຮັກສາສາຍພົວພັນຂອງສອງຊາດ ຫວຽດນາມ-ລາວ.

ສ່ວນສໍາລັບນ້ອງ ເລຮ໊ຽວຢາບ໋າວ, ນັກຮຽນໂຮງຮຽນມັດຖະຍົມຕອນປາຍມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ ເມື່ອມາຈູດທູບທຽນອາໄລຫາລຸງໂຮ່ ທີ່ແສນເຄົາລົບຮັກ, ນ້ອງ ຮູ້ສຶກວ່າ ໃນດວງໃຈຂອງຕົນມີອາລົມຈິດຄວາມຮູ້ສຶກທີ່ຍາກຈະພັນລະນາໄດ້ ແລະສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ, ພ້ອມກັບຄວາມເຄົາລົບຢ່າງເລິກເຊິ່ງຕໍ່ປະທານ ໂຮ່ຈີມິນ; ພ້ອມທັງໝັ້້ນໝາຍວ່າຈະຮ່ຳຮຽນຕາມຄຳສັ່ງສອນຂອງລຸງໂຮ່ ເປັນຢ່າງດີ.

leftcenterrightdel
ນ້ອງ ເລຮ໊ຽວຢາບ໋າວ, ນັກສຶກສາໂຮງຮຽນມັດທະຍົມຕອນປາຍມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ. ພາບ: ສໍານັກຂ່າວສານຫວຽດນາມ

ແບ່ງປັນກັບນັກຂ່າວ, ທ່ານນາງ ຫງວຽນແທ່ງຮົ່ງ, ຄູສອນວິຊາພາສາຫວຽດ, ໂຮງຮຽນມັດທະຍົມຕອນປາຍມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເພື່ອລະນຶກເຖິງຄຸນງາມຄວາມດີ ແລະສະແດງຄວາມເຄົາລົບ, ຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ ທີ່ໄດ້ອຸທິດສະຕິປັນຍາ, ເຫື່ອແຮງ ແລະຄວາມມານະພະຍາຍາມທີ່ບໍ່ຮູ້ອິດຮູ້ເມື່ອຍໃນພາລະກິດປະຕິວັດຂອງສອງຊາດຫວຽດນາມ-ລາວ, ນອກຈາກຊົ່ວໂມງຮຽນຢູ່ຫ້ອງແລ້ວ, ໃນວັນສໍາຄັນຕ່າງໆຂອງຊາດ ຄື: ວັນຄ້າຍວັນເກີດຂອງລຸງໂຮ່ ວັນທີ 19 ພຶດສະພາ, ວັນຊາດທີ 2 ກັນຍາ... ທາງໂຮງຮຽນລ້ວນແຕ່ຈັດກິດຈະກຳນອກຫຼັກສູດ ເພື່ອພານັກຮຽນໄປຖະຫວາຍດອກໄມ້, ທູບທຽນຢູ່ສະຖານທີ່ປະຫວັດສາດຫຼາຍແຫ່ງຢູ່ບໍລິເວນນະຄອນ ໄກສອນ ພົມວິຫານ, ແຂວງສະຫວັນນະເຂດ.

ທ່ານນາງ ຫງວຽນແທ່ງຮົ່ງ ເນັ້ນໜັກວ່າ: ຈຸດປະສົງແມ່ນເພື່ອໃຫ້ພວກນ້ອງນັກຮຽນໄດ້ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳ, ພິເສດແມ່ນກ່ຽວກັບພາລະກິດແຫ່ງການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ ແລະປະທານໄກສອນ ພົມວິຫານ ກວ່າອີກ ຈາກນັ້ນ ພວກນ້ອງນັກຮຽນກໍຈະຮູ້ຈັກສູ້ຊົນ, ອອກແຮງມານະພະຍາຍາມຮໍ່າຮຽນໃຫ້ດີກວ່າເກົ່າ, ກາຍເປັນພົນລະເມືອງດີ, ສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບພັດທະນາ.

ເມື່ອມາສະຖານທີ່ແຫ່ງນີ້ໃນຊຸມວັນນີ້, ຊາວຫວຽດນາມ ທີ່ມີເຊື້ອສາຍເລືອດເນື້ອລາກຮົ່ງ ຍິ່ງຮູ້ສຶກຮູ້ບຸນຄຸນ, ເອກອ້າງທະນົງໃຈຕື່ມອີກ ແລະໝັ້ນໝາຍວ່າຈະຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະຕໍ່ພາລະກິດປະຕິວັດຂອງພັກ, ອອກແຮງຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈີມິນ. ພ້ອມກັບເພື່ອນມິດລາວ ຕັດສິນໃຈປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງທະໜົງແກ່ນຈົນຊົ່ວກາລະນານ.

ໂດຍ: ທະນາພອນ