ອາເມລິກາ ຄິດໄລ່ຊັ່ງຊາການຍົກເລີກລົງໂທດ ຊີຣີ
ວັນທີ 12 ພຶດສະພາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ປະກາດວ່າ ພວມຄິດໄລ່ຊັ່ງຊາອາດຈະຍົກເລີກບັນດາມາດຕະການລົງໂທດ ຊີຣີ ໃນສະພາບການປະເທດຕາເວັນອອກກາງຖືກສົງຄາມທຳລາຍ ແລະພວມມານະພະຍາຍາມສ້າງສາຄືນໃໝ່ ພາຍຫຼັງກວ່າ 1 ທົດສະວັດທີ່ສົງຄາມພາຍໃນຢ່າງດຸເດືອດຮ້າຍແຮງ.