ວັນທີ 14 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ອາເມລິກາ ພວມພິຈາລະນາເລື່ອງຫັນການພົວພັນກັບຊີຣີ ເປັນປົກກະຕິ, ພາຍຫຼັງການພົບປະກັບທ່ານປະທານາທິບໍດີຊົ່ວຄາວ Ahmed Al – Sharaa ຢູ່ ອາຣັບບີ ຊະອຸດິ.
ເມື່ອກ່າວຄຳເຫັນໃນກອງປະຊຸມສຸດຍອດ ສະພາການຮ່ວມມືລະຫວ່າງເຂດອ່າວ ເປີເຊຍ (GCC) - ອາເມລິກາ, ທ່ານປະທານາທິບໍດີ Donald Trump ຖະແຫຼງວ່າ ອາເມລິກາ ພວມພິຈາລະນາເລື່ອງຫັນການພົວພັນກັບຊີຣີ ເປັນປົກກະຕິ, ໂດຍໄດ້ເລີ່ມດ້ວຍການພົບປະລະຫວ່າງ ທ່ານ ກັບທ່ານປະທານາທິບໍດີຊົ່ວຄາວ ຊີຣີ. ຖະແຫຼງການໜຶ່ງຈາກທຳນຽບຂາວ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Donald Trump ໄດ້ຮ້ອງທ່ານ Al – Sharaa ລົງນາມໃນສັນຍາ Abraham ກັບ ອິດສະຣາແອັນ ແລະ ມີຄວາມຮັບຜິດຊອບຕໍ່ບັນດາສູນກັກຂັງພວກກໍ່ການຮ້າຍຂອງລັດ ອິດສະຣາແອັນ ອ້າງຊື່ເອງ (IS) ຢູ່ ທາງທິດຕາເວັນອອກສ່ຽງເໜືອ ຊີຣີ.
ແຫຼ່ງຄັດຈາກ: vovworld.vn
Type the code from the image