ນີ້ແມ່ນການໄປປະຕິບັດງານຕ່າງປະເທດຄັ້ງທຳອິດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ພາຍຫຼັງຮັບດຳລົງຕຳແໜ່ງໃນເດືອນມັງກອນປີນີ້. ການຢ້ຽມຢາມແມ່ນດຳເນີນແຕ່ວັນທີ 13-16 ພຶດສະພາ ແລະຄາດວ່າຈະສຸມໃສ່ບັນດາຂໍ້ຕົກລົງທຸລະກິດ ແລະບັນດາບ້ວງເງິນລົງທຶນໃໝ່ເຂົ້າອາເມລິກາ ຈາກພາກພື້ນທີ່ມີຄວາມຮັ່ງມີດ້ານນ້ຳມັນບໍ່ນີ້.
ຄາດວ່າ ໃນການຢ້ຽມຢາມຄັ້ງນີ້ຂອງທ່ານ Donald Trump ຈະລວມມີບັນດາເນື້ອໃນ, ຄື: ການເຈລະຈາກ່ຽວກັບການຢຸດຍິງຢູ່ເຂດກາຊາ, ບັນຫາການຄ້າ, ນໍ້າມັນບໍ່, ຂໍ້ຕົກລົງການລົງທຶນ ແລະຄວາມສາມາດບົ່ມຊ້ອນພັດທະນາບັນດານະໂຍບາຍໃໝ່ຂອງ ອາເມລິກາ ໃນຂົງເຂດການສົ່ງອອກເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ ແລະໂຄງການນິວເຄຼຍ.
ແຫຼ່ງຄັດຈາກ: vovworld.vn
Type the code from the image